ບໍລິຄຳໄຊ ສາມາດຍາດໄດ້ແລ້ວ 3 ຫຼຽນຄຳ 4 ຫຼຽນທອງ ໃນມະຫາກຳກິລາແຫ່ງຊາດ ຄັ້ງທີ 11


ເກາະຕິດຂອບສະໜາມ ງານມະກຳກິລາແຫ່ງຊາດຄັ້ງທີ 11 ຫຼື ຊຽງຂວາງເກມ.
ແຂວງບໍລິຄຳໄຊ ໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງເກມ ຈຳນວນ 10 ປະເພດກິລາ ໃນນັ້ນ ມີແລ່ນລານ ຍິງ-ຊາຍ, ບານເຕະຊາຍ, ເປຕັງ ຍິງ-ຊາຍ, ມວຍລາຍ ຍິງ-ຊາຍ, ມວຍສາກົນ ຍິງ-ຊາຍ, ມວຍວູຊູ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ, ດອກປີກໄກ່, ໝາກເສິກ ແລະ ກ໋ອບ

               ເຊິ່ງໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 2 ທັນວາ 2022 ມາຮອດປະຈຸບັນ ສາມາດຍາດໄດ້ ແລ້ວ 3 ຫຼຽນຄຳ 4 ຫຼຽນທອງ ລວມເປັນ 7 ຫຼຽນ ໄດ້ອັນດັບທີ 12 ຂອງຕາຕະລາງຫຼຽນລາງວັນ ໃນນັ້ນ ໄດ້ຫຼຽນຄຳໄດ້ຈາກປະເພດກິລາໝາກເສິກທັງໝົດ 3 ຫຼຽນຄຳ ໃນລາຍການແຂ່ງຂັນດ່ຽວ 25 ນາທີ ແລະ 3 ນາທີ ຈາກທ້າວ ຄອນສະຫວັນ ແສງເລກ ອີກໜຶ່ງຫຼຽນຄຳ ໄດ້ຈາກປະເພດການແຂ່ງຂັນທີມປະສົມ ຍິງ-ຊາຍ 5 ນາທີ, ອີກ 1 ຫຼຽນທອງ ກໍ່ໄດ້ຈາກກິລາໝາກເສິກ ປະເພດທີມຍິງ ແຂ່ງຂັນ 5 ນາທີ ແລະ ອີກ 3 ຫຼຽນທອງ ໄດ້ຈາກກິລາແລ່ນລານ 2 ຫຼຽນ ລາຍການແຂ່ງຂັນ 800 ແມັດ ຍິງ, 5000 ແມັດ ຊາຍ ແລະ ມວຍສາກົນ ລຸ້ນ 52 Kg ຍິງ, ສ່ວນການແຂ່ງຂັັນ ແຂວງບໍລິຄຳໄຊ ໄດ້ແຂ່ງຂັນສຳເລັດແລ້ວ 3 ປະເພດຄື: ແລ່ນລານ, ມວຍສາກົນ ແລະ ກິລາໝາກເສິກ ໃນມື້ນີ້ ໄດ້ລົງແຂ່ງຂັນສອງລາຍການ ຄື ກິລາເປຕັງ ແລະ ກະຕໍ້.

About admin11