ເຮືອຊ່ວງ ອະພິມາສັງຫາລີມະຊັບ ຄອງຂັນຊະນະເລີດ ງານບຸນຊ່ວງເຮືອບ້ານນ້ຳງຽບ

ເພື່ອເປັນການສືບສານປົກປັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ທີ່ເຄີຍປະຕິບັດກັນມາຍາວນານ, ພ້ອມທັງເປັນການອະນຸລັກ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກວາງຂວາງ ຮັດແໜ້ນຄວາມສາມະຄີ, ມິດຕະພາບເຊິ່ງກັນ ແລະ ກັນ, ງານບຸນຊ່ວງເຮືອປະຈຳປີ 2022 ທີ່ ບ້ານນ້ຳງຽບ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ 2022, ໂດຍມີ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ ໃຫ້ກຽດເຂົ້າຮ່ວມ.

ການແຂ່ງຂັນຊ່ວງເຮືອໃນຄັ້ງນີ້ ມີເຮືອຊ່ວງປະເພດເຮືອກິລາ 18 – 22 ສີພາຍ, ເຂົ້າຮ່ວມແຂ່ງຂັນທັງໝົດ 13 ລຳ, ໃນນີ້ ມີເຮືອຊ່ວງມາຈາກຕ່າງແຂວງ 1 ລຳ ແລະ ຕ່າງເມືອງ 2 ລຳ, ຜ່ານການແຂ່ງຂັນ ສະຫລຸບໄດ້ວ່າ: ເຮືອຊ່ວງ ອະພິມາສັງຫາລີມະຊັບ ຈາກເມືອງວັງວຽງ, ແຂວງວຽງຈັນ ສາມາດຍາດໄດ້ອັນດັບທີ 1 ຄອງຂັນຊະນະເລີດ ພ້ອມດ້ວຍເງິນລາງວັນ 3 ລ້ານກີບ, ຮອງຊະນະເລີດໄດ້ແກ່ເຮືອວັງຍາງນາວາ ຈາກບ້ານສີວິໄລ, ເມືອງປາກຊັນ ໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນລາງວັນ 2 ລ້ານກີບ, ອັນດັບທີ 3 ໄດ້ແກ່ ເທບອະນຸລັດ ບ້ານນາລຽງ ເມືອງປາກກະດີງ ໄດ້ຮັບຂັນ 1 ໜ່ວຍ ພ້ອງເງິນລາງວັນ 1 ລ້ານ 5 ແສນກີບ ແລະ ອັບດັບທີ 4 ເຮືອຊ່ວງ ສີງດຳ ບ້ານນ້ຳງຽບ ເຈົ້າພາບ ໄດ້ຮັບຂັນ 1 ໜ່ວຍ ພ້ອມດ້ວຍເງິນລາງວັນ 1 ລ້ານກີບ.

ນອກນີ້ ຍັງມີການແຂ່ງຂັນຊ່ວງເຮືອມິດຕະພາບ 3 ສາຍນ້ຳ ປະເພດເຮືອ 12 ສີພາຍ ມີ 3 ລຳ, ຜ່ານການແຂ່ງຂັນ ຊະນະເລີດ ໄດ້ແກ່ເທບສອນໄຊ ບ້ານອານຸສອນໄຊ, ໄດ້ຮັບຂັນມິດຕະພາບ 1 ໝ່ວຍພ້ອມດ້ວຍເງິນລາງວັນ 1 ລ້ານກີບ, ຮອງຊະນະເລີດໄດ້ແກ່ເຮືອສີງດຳ ບ້ານນ້ຳງຽບ (ເຈົ້າພາບ) ໄດ້ຮັບຂັນ 1 ໜ່ວຍ, ພ້ອມເງິນລາວັນ 8 ແສນກີບ ແລະ ອັນດັບທີ 3 ໄດ້ແກ່ກຸຫລາບແດງ ບ້ານກວ້ຍອຸດົມ ໄດ້ຮັບຂັນມິດຕະພາບ 1 ໜ່ວຍ ພ້ອມດ້ວຍເງິນລາງວັນ 5 ແສນກີບ.

About admins14