ເລີ່ມລົງມືກໍ່ສ້າງແລ້ວ ສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ

ໃນຕອນເຊົ້າຂອງວັນທີ 22 ມັງກອນ 2023 ທີ່ເດີ່ນຕະຫຼາດເກົ່າບ້ານຫຼັກ 20 ເມືອງຄໍາເກີດ ໄດ້ຈັດພິທີຕັ້ງເສົາເອກມຸງຄຸນ ສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ມີການນໍາຂອງເມືອງ, ຫ້ອງການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ບົວພອນ ຄໍາທະວີ ປະທານບໍລິສັດນິຍົມລາວຈະເລີນຊັບ ກໍ່ສ້າງອະສັງຫາລິມະຊັບ ຈໍາກັດ ໄດ້ຂຶ້ນນໍາສະເໜີສະພາບລວມຂອງໂຄງການກໍ່ສ້າງສູນການຄ້ານິຍົມລາວຈະເລີນຊັບ ທ່ານໃຫ້ຮູ້ວ່າ: ໂຄງການກໍ່ສ້າງສູນການຄ້າຕະຫຼາດນິຍົມລາວຈະເລີນຊັບແມ່ນນອນຢູ່ໃນບູລິມະສິດຂອງເມືອງຄໍາເກີດ ແລະ ເປັນທ່າແຮງອັນໜຶ່ງທີ່ປະກອບສ່ວນເຂົ້າໃນການທໍາມາຄ້າຂາຍເປັນຈຸດລວມຂອງການແລກປ່ຽນຊື້-ຂາຍສິນຄ້າຂອງພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນ ແລະ ພາຍນອກ ເວົ້າລວມ, ເວົ້າສະເພາະ ແມ່ນເປັນບ່ອນຊື້-ຂາຍສິນຄ້າຂອງພໍ່ແມ່ປະຊາຊົນຢູ່ໃນເມືອງຄໍາເກີດເປັນສ່ວນໃຫຍ່.

ໂຄງການກໍ່ສ້າງສູນການຄ້າຕະຫຼາດນິຍົມລາວຈະເລີນຊັບ ປະກອບດ້ວຍອາຄານທີ່ທັນສະໄໝ ແລະ ມີຂະໜາດກວ້າງ 49 X 60 ແມັດ, ສູງ 9 ແມັດ, ມີຫ້ອງຂາຍ 158 ຫ້ອງມີບ່ອນຈອດລົດໃຫຍ່ 200 ຄັນ, ການລົງທຶນຄາດຄະເນບໍ່ຕໍ່າກວ່າ 46 ຕື້ກີບ ແລະ ຄາດຄະເນຈະໄດ້ທຶນຄືນໃນ 39 ປີ 7 ເດືອນ ການລົງມືກໍ່ສ້າງແມ່ນເລີ່ມແຕ່ເດືອນມັງກອນ 2023-ເດືອນກໍລະກົດ 2025 ລວມເວລາການກໍ່ສ້າງແມ່ນ 30 ເດືອນ ໃຫ້ສໍາເລັດ 100%.

ຈາກນັ້ນ ກໍ່ໄດ້ຮັບຟັງທໍາມະເທດສະໜາປະລິຕະມຸງຄຸນຈາກພະສົງຈໍານວນ 11 ອົງ ພ້ອມນັ້ນ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ປະທານບໍລິສັດ ພ້ອມຜູ້ເຂົ້າຮ່ວມ ໄດ້ວາງເສົາເອກ, ລູກນິມິດ, ຕອກເສົາຕໍມໍທັງ 4 ທິດ ເພື່ອເປັນສິລິມຸງຄຸນໃນການກໍ່ສ້າງໂຄງການໃນຄັ້ງນີ້.

About admins14