ເລຂາຊາວໜຸ່ມແຂວງ ລົງຕິດຕາມ, ຊຸກຍູ້ຄອບຄົວຕົວແບບປູກໝາກມັງກອນ ຢູ່ເມືອງທ່າພະບາດ

ເພື່ອເປັນການປະຕິບັດວຽກງານຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນ: ບຸກທາງດ້ານສົ່ງເສີມສ້າງວຽກເຮັດງານທຳຂອງຊາວໜຸ່ມ, ສ້າງວຽກເຮັດງານທໍາ ແກ້ໄຂຄວາມທຸກຍາກ ແລະ ກ້າວໄປເຖິງສ້າງເປັນຄອບຄົວຕົວແບບ ຄະນະບໍລິຫານງານຊາວໜຸ່ມແຂວງ ບໍລິຄຳໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ສົ່ງເສີມ ຄອບຄົວຊາວໜຸ່ມຕົວແບບ ຢູ່ເມືອງ ທ່າພະບາດ ແຂວງ ບໍລິຄຳໄຊ ທີ່ໄດ້ປູກໄມ້ກິນໝາກເປັນສິນຄ້າ ໂດຍສະເພາະປູກໝາກມັງກອນ.

ໃນວັນທີ 4 ສິງຫາ 2022 ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍພະນັກງານ ໄດ້ລົງຕິດຕາມ, ຊຸກຍູ້ຄອບຄົວຕົວແບບປູກໝາກມັງກອນຂອງ ສະຫາຍ ວັດທະນາ ຂຸນບູລົມ ຢູ່ບ້ານນາໄຊ ເມືອງທ່າພະບາດ ເຊິ່ງເປັນພະນັກງານສັງກັດຢູ່ຫ້ອງວ່າການ ເມືອງ ທ່າພະບາດ ໄດ້ຮັບເງິນກູ້ຢຶມແບບບໍ່ມີດອກເບ້ຍຈາກຄະນະບໍລິຫານງານຊາວໜຸ່ມແຂວງ ທີ່ໄດ້ສ້າງອາຊີບເສີມ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ.

ຈາກການລົງຕິດຕາມຄອບຄົວຕົວແບບປູກໝາກມັງກອນຂອງ ສະຫາຍ ວັດທະນາ ຂຸນບູລົມ ໃນຄັ້ງນີ້ເຫັນວ່າ ເສດຖະກິດທາງດ້ານຄອບຄົວຂອງສະຫາຍແມ່ນດີຂຶ້ນຫຼາຍກົ່ວເກົ່າ ຍ້ອນໄດ້ລາຍຮັບຈາກການຂາຍໝາກມັງກອນ ແລະ ແນວພັນ ປັດຈຸບັນມີຕົ້ນໝາກມັງກອນທັງໝົດ 800 ຄັ້ງ ໃນເນື້ອທີ່ 1 ເຮັກຕາ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ສະເລ່ຍ 30-35 ລ້ານກີບຕໍ່ປີ ຈາກຄວາມດຸໝັ່ນຂະຫຍັນພຽນ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງສະຫາຍດີຂຶ້ນເລື້ອຍໆ.

ຖ້າທຽບໃສ່ໄລຍະກ່ອນທີ່ບໍ່ໄດ້ເຮັດອາຊີບເສີມ ກັບປັດຈຸບັນ ຊີວິດການເປັນຢູ່ ແມ່ນມີຄວາມແຕກຕ່າງກັນຫຼາຍ ຖານະຄອບຄົວກໍ່ໄດ້ຮັບການຍົກສູງຂຶ້ນ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຢ່າງຕໍ່ເນື່ອງ. ການລົງຕິດຕາມໃນຄັ້ງນີ້ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ ສະຫາຍ ວັດທະນາ ຂຸນບູລົມ ໃນການສ້າງອາຊີບເສີມ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ພ້ອມທັງແນະໃຫ້ຂະຫຍາຍເນື້ອທີ່ການປູກຝັງໃຫ້ຫຼາຍຂຶ້ນ ແລະ ບົວລະບັດຮັກສາຜົນລະປູກໃຫ້ໄດ້ຮັບຜົນດີ ເພື່ອສົ່ງອອກເປັນສິນຄ້າປ້ອນໃຫ້ກັບຕະຫຼາດພາຍໃນ ແລະ ຕ່າງແຂວງ ໃຫ້ນັບມື້ນັບຫຼາຍຂຶ້ນ.

About admins14