ເມືອງ ວຽງທອງ ເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບ 45 ວັນ ຊຸດທີ III

 

ໃນວັນທີ 16 ມີນາ 2021 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບບຳລຸງ 45 ວັນ ຊຸດທີ III ຂື້ນ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ທ່ານ ພູເຂົາເງີນ ອີນທະວົງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ມີຄະນະກຳມະການຮັບຜິດຊອບ, ອາຈານສອນ, ນັກສຳມະນາກອນ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ທອງລິດ ສິດທິອຳພາ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນຜ່ານບົດລາຍງານ ການກະກຽມເປີດບັ້ນຝືກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຊຸດທີ III ຂອງເມືອງ ແລະ ເປັນຊຸດທີ 46 ຂອງແຂວງ ປີ 2021 ເຊີ່ງຈະເລີ່ມການຮຽນການສອນແຕ່ວັນທີ 16 ມີນາ 2021 ເປັນຕົ້ນໄປ ໂດຍມີນັກສຳມະນາກອນເຂົ້າຮ່ວມທັງໝົດ 77 ຄົນ, ຍີງ 15 ຄົນ, ໃນນັ້ນ ເປັນພະນັກງານລັດຖະກອນ 53 ສະຫາຍ, ຍີງ 14 ສະຫາຍ, ມາຈາກຂົງເຂດ ປກຊ-ປກສ 23 ສະຫາຍ, ຍີງ 1 ແລະ ຂົງເຂດລັດວິສາຫະກິດ 1 ສະຫາຍ, ມີອາຈານສອນມາຈາກແຂວງ 1 ສະຫາຍ, ຈາກເມືອງຈຳນວນ 36 ສະຫາຍ, ຍີງ 2 ສະຫາ.

ບັນດາທ່ານທີເຂົ້າຮ່ວມໃນຄັ້ງນີ້ ລ້ວນແຕ່ແມ່ນພະນັກງານ, ສະມາຊິກພັກ ທີ່ໄດ້ຜ່ານການຄັດເລືອກຈາກຄະນະໜ່ວຍພັກ, ຄະນະພັກຮາກຖານອ້ອມຂ້າງເມືອງ ເຊິ່ງຈະໄດ້ຮຽນຮູ້ທິດສະດີການເມືອງ-ການປົກຄອງຂັ້ນພື້ນຖານ ຈຳນວນ 5 ກຸ່ມວິຊາຮຽນ ລວມມີ 41 ບົດ ມີ 235 ຊົ່ວໂມງ.

ຈຸດປະສົງການການຈັດອົບຮົບ ທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ກໍ່ເພື່ອໃຫ້ພະນັກງານ ສະມາຊິກພັກ, ພະນັກງານຫລັກແຫລ່ງນຳພາຄຸ້ມຄອງ ຂັ້ນເມືອງ ໄດ້ຮຽນຮູ້ ເຂົ້າໃຈແຈ້ງ ກ່ຽວກັບທິດສະດີນຳພາຂອງພັກ ເພື່ອຈະໄດ້ໝຸນໃຊ້ເຂົ້າໃນການຊີ້ນຳ ແລະ ບໍລິຫານກົງຈັກວຽກຂອງລັດ ໃຫ້ເດີນໄປໃນທິດທາງທີ່ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ.

About admin11