ເມືອງ  ວຽງທອງ ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ທີ່ ບ້ານຈັດສັນ ຫ້ວຍຫອຍ

     ໃນວັນທີ 28 ທັນວາ 2021 ຢູ່ທີ່ສະໂມສອນ ບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດຂະບວນການແກ້ໄຂບັນຫາຢາເສບຕິດ ພາຍໃຕ້ຄຳຂັວນ “ການແກ້ໄຂບັນຫາ ຢາເສບຕິດ ແມ່ນບັ້ນຮົບອັນສຳຄັນ ພວກເຮົາຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ ” ເຊີ່ງໄດ້ເລືອກເອົາບ້ານ ຈັດສັນຫ້ວຍຫອຍ ເປັນບ້ານທີ່ 2 ຂອງເມືອງ ໂດຍເປັນກຽດເຂົ້າຮ່ວມ ແລະ ກ່າວເປີດພິທີຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ທ່ານ ພັທ ຈອນ ອຸດລາຍັນ, ຫົວໜ້າກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງ, ພ້ອມດ້ວຍພໍ່, ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

    ໃນພິທີ ຄະນະຮັບຜິດຊອບກ່ຽວກັບແຜນ ການດຳເນີນງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງຢາເສບຕິດ ໄດ້ຜັດປ່ຽນກັນຂື້ນຜ່ານບັນດາເອກະສານເພື່ອຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍບັນຫາຢາເສບຕິດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ເປັນຕົ້ນແມ່ນ: ຄຳສັ່ງ ກົມການເມືອງສູນກາງພັກ ເລກທີ 02/ກມສພ ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ປະມວນກົດໝາຍອາຍາ, ໝວດທີ 8, ມາດຕາ 315, 320 ແລະ ມາດຕາ 321 ການກະທຳຜິດກ່ຽວກັບຢາເສບຕິດ ແລະ ແຜນດໍາເນີນງານຂອງກອງບັນຊາການ ປກສ ເມືອງ ວ່າດ້ວຍການຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດຢູ່ເມືອງວຽງທອງຊຸມປີ (2021-2023).

ສະເພາະການຈັດຕັ້ງປະຕິບັດແກ້ໄຂສະກັດກັ້ນ ແລະ ການແຜ່ລະບາດ ຂອງຢາເສບຕິດຢູ່ບ້ານຈັດສັນຫ້ວຍຫອຍ ແມ່ນຈະໄດ້ດຳເນີນ ໂດຍເລີ່ມຈາກການເກັບກຳຂໍ້ມູນບັນດາກຸ່ມເປົ້າໝາຍເສບ, ກຸ່ມຂາຍ ມາສຶກສາອົບຮົມ, ຂຽນບົດບັນທຶກແລ້ວມອບໃຫ້ອໍານາດການປົກຄອງບ້ານຕິດຕາມ ແລະ ກວດກາຕໍ່ໄປ.

 

 

 

About admin11