ເມືອງ  ວຽງທອງ ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ທີ່ບ້ານຈອມທອງ

          ໃນວັນທີ 16 ກຸມພາ 2022 ຢູ່ທີ່ຫ້ອງການບ້ານ-ບ້ານ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີ ເປີດຂະບວນການແກ້ໄຂບັນຫາຢາເສບຕິດ ພາຍໃຕ້ຄໍາຂັວນ “ການແກ້ໄຂບັນຫາ ຢາເສບຕິດ ແມ່ນບັ້ນຮົບອັນສໍາຄັນ ພວກເຮົາຕ້ອງຮ່ວມກັນຕໍ່ສູ້ ແລະ ດັບສູນ ”  ເປັນບ້ານທີ່ 5 ຂອງເມືອງ ໂດຍເປັນກຽດເຂົ້າຮ່ວມເປີດພິທີ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ທ່ານ ພັທ ໄມແລງ ວົງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງ 5 ຕໍາແຫນ່ງງານຂອງບ້ານ, ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

           ໃນພິທີ ຄະນະຮັບຜິດຊອບກ່ຽວກັບແຜນ ການດຳເນີນງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງຢາເສບຕິດ ໄດ້ຜັດປ່ຽນກັນຂື້ນຜ່ານບັນດາເອກະສານ ເຊັ່ນ: ຄຳສັ່ງກົມການເມືອງສູນກາງພັກ ເລກທີ 02/ກມສພ ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຜ່ານປະມວນກົດໝາຍອາຍາ, ໝວດທີ 8, ມາດຕາ 315, 320 ແລະ ມາດຕາ 321 ການກະທໍາຜິດກ່ຽວກັບຢາເສບຕິດ ແລະ ແຜນດໍາເນີນງານຂອງກອງບັນຊາການ ປກສ ເມືອງ ວຽງທອງ ວ່າດ້ວຍການຜັນຂະຫາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ເມືອງວຽງທອງ (2021-2023).

        ສະເພາະການຈັດຕັ້ງປະຕິບັດ ແມ່ນຈະໄດ້ດຳເນີນຕາມແຜນການ ໂດຍຈະໄດ້ເກັບກຳຂໍ້ມູນບັນດາກຸ່ມເປົ້າໝາຍເສບ, ກຸ່ມເສບ – ຂາຍ ມາສຶກສາອົບຮົມ, ຂຽນບົດບັນທຶກ ເພື່ອໃຫ້ໂອກາດເຂົາເຈົ້າໄດ້ປັບປຸງ ປ່ຽນແປງພຶດຕິກຳຂອງຕົນເອງ ແລ້ວມອບໃຫ້ອໍານາດການປົກຄອງບ້ານຕິດຕາມ ແລະ ກວດກາຕໍ່ໄປ.

 

 

About admin11