ເມືອງ ວຽງທອງ ສະເຫຼີມສະຫຼອງວັນສິ່ງແວດລ້ອມ  

  ວັນທີ 8 ມິຖຸນາ 2022 ຢູ່ເດີ່ນຫ້ອງວ່າການ ເມືອງ ວຽງທອງ ແຂວງ ບໍລິຄໍາໄຊ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ໄດ້ຈັດພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໂດຍເປັນກຽດເຂົ້າຮ່ວມພິທີຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫ້ອງການພ້ອມດ້ວຍພະນັກງານລັດຖະກອນ ແລະ ອຳນາດການປົກຄອງບ້ານໃຫ່ຍນ້ຳຢ້າງເຂົ້າຮ່ວມ.

  ທ່ານ ອຸທອນ ສີງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຂື້ນຜ່ານສານຂອງທ່ານ ນາຍົກລັດຖະມົນຕີ ໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ວັນທີ 5 ມິຖຸນາ 2022 ທີ່່ໄດ້ໝູນວຽນມາ ຄົບຮອບ 50 ປີ ແລະ ວັນ ສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ຂອງ ສປປ ລາວ ເຊີ່ງດຳເນີນໄປຄຽງຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2022 ໂດຍຖືໂອກາດເອົາ 2 ວັນສໍາຄັນດັ່ງກ່າວ ເປັນການປູກຈິດສໍານຶກ ແລະ ທັງເປັນການປຸກລະດົມ ໃຫ້ປະຊາຊົນລາວບັນດາເຜົ່າ ໄດ້ຮ່ວມແຮງຮ່ວມໃຈກັນຢ່າງຈິງຈັງ ເພື່ອຖະໜຸຖະໜອມໂລກຂອງພວກເຮົາດ້ວຍການປົກປັກຮັກສາ ແລະ ແກ້ໄຂບັນຫາສິ່ງແວດລ້ອມ ພາຍໃຕ້ຄໍາຂວັນທີ່ວ່າ: “ ໂລກມີພຽງໜຶ່ງດຽວ” ເນື້ອໃນສານໄດ້ຮຽກຮ້ອງມາຍັງປະຊາຊົນລາວທັງຊາດ,​ ອົງການຈັດຕັ້ງສາກົນ, ​ອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການຕ່າງໆພາຍໃນປະເທດ ແລະ ຕ່າງປະເທດ ຮ່ວມແຮງຮ່ວມໃຈ ປົກປັກຮັກສາສີ່ງແວດລ້ອມ ໂດຍການຫັນປ່ຽນພືດຕິກຳ ແລະ ຈິນຕະນາການຈາກການພັດທະນາທີ່ທຳລາຍສີ່ງແວດລ້ອມ ມາເປັນການພັດທະນາທີ່ເປັນມິດຕໍ່ສີ່ງແວດລ້ອມ ເພື່ອໃຫ້ມີຄວາມຍືນຍົງ ແລະຍາວນານ.

ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນສ້າງກິດຈະກຳເກັບຂີ້ເຫຍື້ອຍເລາະຕາມເສັ້ນທາງອ້ອມຂ້າງຫ້ອງວ່າການເມືອງ ແລະ ຕາມເສັ້ນທາງ 1 D ໃນເທດສະບານເມືອງ.

 

 

 

About admin11