ເມືອງ ວຽງທອງ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ,ວຽກງານ 3 ສ້າງ ປະຈຳປີ 2021

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ, ວຽກງານ 3 ສ້າງ ປະຈຳປີ 2021 ແລະ ທິດທາງແຜນການປະຈຳປີ 2022 ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ທົ່ວເມືອງວຽງທອງ ໄດ້ຈັດຂື້ນໃນວັນທີ 12 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ທ່ານ ພັນເອກ ຄຳແພນ ວີລືທຳ ເຈົ້າເມືອງວຽງທອງ, ມີຄະນະຊີ້ນຳວຽກງານກໍ່ສ້າງຮາກຖານຂັ້ນແຂວງ, ຄະນະນຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງຂັ້ນເມືອງ, ນາຍບ້ານ ບ້ານໃຫຍ່ ເຂົ້າຮ່ວມ.

ທ່ານ ສົມພອນ ລາດສະວົງ ຫົວໜ້າຫ້ອງວ່າການ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍ 1 ປີຜ່ານມາ ເຊີ່ງຍົກໃຫ້ເຫັນຜົນສຳເລັດ ແລະ ບາງຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ໃນແຜນປີ 2022 ໂດຍລວມແລ້ວ ທົ່ວເມືອງ ມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງພັດທະນາ, ເຮັດໃຫ້ປະຊາຊົນມີອາຊີບໝັ້ນຄົງ, ມີລາຍຮັບດີຂື້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂເປັນເທື່ອລະກ້າວ, ລະບົບການເມືອງແຕ່ລະຂັ້ນໄດ້ຮັບການປັບປຸງ, ປະຊາຊົນບັນດາເຜົ່າໄດ້ຮັບການສຶກສາອົບຮົມແນວທາງນະໂຍບາຍຂອງພັກ – ລະບຽບກົດໝາຍຂອງລັດ.

ການລົງກໍ່ສ້າງຮາກຖານ ປີ 2021 ແມ່ນນໍຳໃຊ້ 2 ຮູບການ ຄື: ການລົງປະຈໍຳ ຢູ່ຈຸດສຸມຫຼໍ່ແຫຼມ ແລະ ການລົງບໍ່ປະຈໍຳ ໂດຍແມ່ນພະນັກງານຂັ້ນນໍາພາຄຸ້ມຄອງ, ສືບທອດປ່ຽນແທນ ຂອງເມືອງ ລົງເຄື່ອນໄຫວເປັນແຕ່ລະໄລຍະ.

ອັນທີ່ພົ້ນເດັ່ນ ໄດ້ທໍາລາຍການລັກລອບປຸກກັນຊາຂອງປະຊາຊົນໄດ້ 33 ສວນ ມີເນື້ອທີ່ 16.4 ຮຕ ເທົ່າກັບ 17.082 ຂຸມ ປະເມີນນໍ້າໜັກ 85.023 ກິໂລກະຣາມ ສາມາດກັກໂຕເຈົ້າຂອງສວນໄດ້ 2 ຄົນ ໄດ້ສຶກສາອົບຮົມ ແລະ ດໍຳເນີນຄະດີຕາມລະບຽບກົດໝາຍ.

ຂຶ້ນສໍາມະໂນອອກໃບແຈ້ງສິດນໍາໃຊ້ທີ່ດີນ ປະຕິບັດໄດ້ທັງໝົດ 556 ຕອນ ເນື້ອທີ່ 7,981,978 ຕາແມັດ, ປຸກລະດົມຊຸກຍູ້ ລູກ, ຫຼານໃນເກນອາຍຸເຂົ້າຮຽນໃຫ້ທົ່ວເຖີງ, ສ້າງບ້ານສາທາລະນະສຸກແບບຢ່າງ 29 ບ້ານ ເທົ່າກັບ 85,29%, ມີ 4.125 ຄອບຄົວ, ປະກາດບ້ານວັດທະນະທໍາໄດ້ 3 ບ້ານ ຄື: ບ້ານນາຕັນ, ບ້ານວັງພຽງ ແລະ ບ້ານໄຊບົວທອງ.

ປະຈຸບັນ ມີຄອບຄົວວັດທະນະທໍາທັງໝົດ 4,614 ຄອບຄົວເທົ່າກັບ88,15%, ບ້ານວັດທະນະທໍາ 25 ບ້ານ ເທົ່າກັບ 73,52%. ທົ່ວເມືອງມີ 34 ບ້ານ, ພົນລະເມືອງ 32,448 ຄົນ, ຍິງ 15,844 ຄົນ ເພີ່ມຂຶ້ນ 413 ຄົນ, ຄອບຄົວທີ່ຖືກຕ້ອງຕາມສໍາມະໂນຄົວ 5,366 ຄອບຄົວ, ເພີ່ມຂຶ້ນ 304ຄອບຄົວ, ມີຄອບຄົວພົ້ນທຸກທັງໝົດ 4,738 ຄອບຄົວ ເທົ່າກັບ 88,29%, ໃນປີ 2021 ແກ້ໄຂຄອບຄົວທຸກຍາກໄດ້ 617ຄອບຄົວ ເທົ່າກັບ 11,49% ຄອບຄົວທຸກຍາກຍັງເຫຼືອ 628 ຄອບຄົວ ເທົ່າກັບ 11,70%, ປະຈຸບັນມີບ້ານພົ້ນທຸກທັງໝົດ 25 ບ້ານ ເທົ່າກັບ 73,52% ຫຼຸດລົງ 9 ບ້ານ ເທົ່າກັບ 26,47, ມີຄອບຄົວພັດທະນາທັງໝົດ 4,273 ຄອບຄົວ ເທົ່າກັບ 79,63%, ໃນປີ 2021 ສ້າງໄດ້ຄອບຄົວພັດທະນາ 805 ຄອບຄົວ ເທົ່າກັບ 15%, ບ້ານພັດທະນາທັງໝົດ 13 ບ້ານ ເທົ່າກັບ 38,23% .

ສ້າງບ້ານຈອມທອງເປັນສີສັນຕົວເມືອງນ້ອຍໃນຊົນນະບົດ ຜ່ານການປະເມີນ ຕາມດຳລັດ 348/ລບ ປີ 2021 ບັນລຸແລ້ວ 11 ມາດຖານ, ຍັງບໍ່ບັນລຸ 5 ມາດຕະຖານ ມີກອງທຶນທັງໝົດ 4 ກອງທຶນຂອງລັດ ມູນຄ່າ 1.780.249,500 ກີບ, ສ້າງບ້ານໜັກແໜ້ນເຂັ້ມແຂງໄດ້ 6 ບ້ານ ຄື: ບ້ານນໍ້າຢ້າງ, ບ້ານຈອມທອງ, ບ້ານໂພນດູ່, ບ້ານຄອນຕ່າວ, ບ້ານນໍ້າກ້າງ ແລະ ຫ້ວຍຫອຍ.

ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ບັນລຸ 2 ດ້ານ ບໍ່ບັນລຸ 3 ດ້ານ, ບັນລຸ 36 ຕົວຊີ້ບອກ ເທົ່າກັບ 76,59, ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຫົວໜ້າເຂດຈຸກສູມ ແລະ ຄະນະຊີ້ນຳຂັ້ນແຂວງ ໂດຍຍົກໃຫ້ເຫັນວິທີແກ້ໄຂຂໍ້ຄົງຄ້າງ ແລະ ຮັບຮອງເອົາມະຕິເພື່ອສືບຕໍ່ປະຕິບັດໃນແຜນປີ 2022.

About admins14