ເມືອງ ວຽງທອງ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງປະຈຳປີ 2020

 

ກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຂອງເມືອງ ວຽງທອງ ແຂວງ ບໍລິຄຳໄຊ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ໄດ້ຈັດຂື້ນ ໃນຕອນເຊົ້າຂອງວັນທີ 30 ທັນວາ 2020 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງຂັ້ນແຂວງ, ຂັ້ນເມືອງ ຫົວໜ້າກຸ່ມບ້ານພັດທະນາ ຕະຫຼອດຮອດພະນັກງານກໍ່ສ້າງຮາກຖານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫຼຸບຕີລາຄາຄືນຜົນຂອງການຈັດຕັ້ງປະຕິບັດວຽກງານກໍ່ສ້າຮາກຖານການເມືອງພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ຈາກຄະນະຮັບຜິດຊອບຊີ້ນຳຂັ້ນເມືອງຕະຫຼອດໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນຜົນງານທີ່ຍາດມາໄດ້, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້.

ເມືອງວຽງທອງ ມີທັງໝົດ 34 ບ້ານ, ມີ 6 ກຸ່ມບ້ານພັດທະນາ, ມີກອງກໍ່ສ້າງຮາກຖານ 215 (ກອງບັນຊາການທະຫານແຂວງ) ປະຈໍາບ້ານຈອມທອງ, ກອງກໍ່ສ້າງຮາກຖານ 921 (ກະຊວງປ້ອງກັນຄວາມສະຫງົບ) ປະຈຳຢູ່ກຸ່ມບ້ານທອງມີໄຊ ແລະ ມີພະນັກງານລົງກໍ່ສ້າງຮາກຖານການເມືອງຂອງແຂວງ ແລະ ເມືອງປະຈຳຈຸດສຸມໃຈກາງ3 ບ້ານ ຄື: ບ້ານນາໂທ, ວັງພຽງ ແລະ ບ້ານຜາບໍ່, ການລົງກໍ່ສ້າງຮາກຖານການເມືອງແມ່ນໄດ້ກໍານົດເອົາ 2 ຮູບແບບ ຄື: ຮູບແບບ ລົງປະຈຳ ແລະ ລົງບໍ່ປະຈໍຳ, ເຊິ່ງໄດ້ກຳນົດເອົາ 9 ແຜນງານ 45 ໜ້າວຽກຕິດພັນກັບ 9 ຫົວຂໍ້ວິທະຍາສາດ.

ຜ່ານການລົງຈັດຕັ້ງປະຕິບັດ ເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງ ເຫັນໄດ້ວ່າ ເມືອງວຽງທອງ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ຮັບການພັດທະນາ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂເທື່ອລະກ້າວ, ປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂ ແລະ ລະບົບການເມືອງແຕ່ລະຂັ້ນໄດ້ຮັບການປັບປຸງເປັນລະບົບຄົບຊຸດ ແລະ ມີການເຄື່ອນໄຫວເປັນປົກກະຕິ.

ສາມາດປະກາດບ້ານຈອມທອງ ເປັນບ້ານປ້ອງກັນຊາດເຂັ້ມແຂງ ແລະ ປະກາດບ້ານນາເພີນ ເປັນບ້ານປ້ອງກັນຄວາມສະຫງົບດີ, ທໍາລາຍສວນປູກກັນຊາ 4 ຄັ້ງ, ຈໍານວນ 22 ສວນ, ເນື້ອທີ່ 15,4 ເຮັກຕ່າ, ສວນຝິ່ນ 1 ສວນ, ເນື້ອທີ່ປະມານ 0,2 ເຮັກຕ່າ, ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມຊຸກຍູ້, ກວດກາການເກັບລາຍຮັບພາຍໃນເມືອງວຽງທອງ ເປັນຕົ້ນແມ່ນ 2 ບ້ານ 3 ສ້າງ ຄື: ບ້ານນໍ້າຢ້າງ ຕາມແຜນການປີ 145.934.000 ກີບ ປະຕິບັດໄດ້ 135.813.389 ກີບ ເທົ່າກັບ 93,06%. ບ້ານຈອມທອງ ຕາມແຜນການປີ 58.540.000 ກີບ ປະຕິບັດໄດ້ 69.061.229 ກີບ ເທົ່າກັບ 117,97%.

ໄດ້ປັບປຸງລະບົບການຈັດຕັ້ງ ຈາກ 8 ຕໍາແໜ່ງງານ ມາເປັນ 5 ໜ່ວຍງານ, ປະກາດຮັບຮອງບ້ານສາມັກຄີປອງດອງໄດ້ 29 ບ້ານ, ຍັງ 5 ບ້ານ, ກໍາລັງຈັດຕັ້ງປະຕິບັດ 4 ບ້ານ.

ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ໃນການຊຸກຍູ້ໃຫ້ປະຊາຊົນທຳການຜະລິດເປັນສິນຄ້າຕິດພັນກັບຕະຫຼາດ ເຮັດໃຫ້ເສດຖະກິດຂອງຄອບຄົວ, ຂອງບ້ານດີຂຶ້ນ, ອັດຕາຄວາມທຸກຍາກຫຼຸດລົງເທື່ອລະກ້າວ ປະເມີນຕາມດຳລັດ 348/ລບ, ທົ່ວເມືອງມີ 34 ບ້ານ, ມີ 5.062 ຄອບຄົວ, ພົນລະເມືອງ 32.035ຄົນ, ຍີງ 15.573ຄົນ, ຄອບຄົວພົ້ນທຸກ 3.817 ຄອບຄົວ ເທົ່າກັບ 75,40%, ຄອບຄົວທຸກຍາກຍັງເຫຼືອ 1.245ຄອບຄົວ ເທົ່າກັບ 24,6%, ບ້ານພົ້ນທຸກ 16 ບ້ານ ເທົ່າກັບ 52,94%, ບ້ານທຸກຍາກຍັງ 18 ບ້ານ ເທົ່າກັບ 47,06%, ສຳເລັດປຸກສ້າງເຮືອນ ມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວ ອານາຖາ 1 ຄອບຄົວ ຢູ່ບ້ານຫ້ວຍຫອຍ. ປະເມີນຕາມດໍາລັດ 348/ລບ ເຫັນວ່າຍັງເປັນເມືອງທຸກຍາກ ເຊີ່ງມີທັງໝົດ 9 ມາດຖານບັນລຸ 5 ມາດຖານ, ບໍ່ບັນລຸ 4 ມາດຖານ, ມາຮອດປະຈຸບັນມີຄອບຄົວພັດທະນາ 3,164 ຄອບຄົວ  ເທົ່າກັບ 62,50%, ບ້ານພັດທະນາ 7 ບ້ານ ກວມ 20,59%.

 ເມືອງວຽງທອງ ໄດ້ຮັບກອງທຶນຂອງລັດ 4 ກອງທຶນ ມີມູນຄ່າ 1.780,249,500 ກີບ, ໃນປະຈຸບັນ ພວມສ້າງບ້ານຈອມທອງໃຫ້ເປັນສີສັນຕົວເມືອງນ້ອຍ.

ກອງປະຊຸມຄັ້ນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຄະນະຊີ້ນຳຂັ້ນແຂວງ, ຂັ້ນເມືອງ ແລະ ຫົວໜ້າກູ່ມຈຸດສູມ ໂດຍຍົກໃຫ້ເຫັນບັນຫາທີ່ຍັງຄົງຄ້າງ, ຕິດພັນກັບປະກົດການຫຍໍ້ທໍ້, ຂໍ້ຂັດແຍ່ງຂອງສັງຄົມໃນດ້ານຕ່າງໆ ພ້ອມຍົກວິທີການ, ມາດຕະການແກ້ໄຂ ດ້ວຍເຫດ ແລະ ຜົນ ທັ້ງນີ້ ກໍ່ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດແຜນການປີ 2021 ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ໃນຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງຂັ້ນແຂວງ ໄດ້ຍ້ອງຍໍຊົມເຊີຍຜົນສຳເລັດໃນໄລຍະຜ່ານມາ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໃຫ້ຄະນະນຳພາ-ຊີ້ນຳທຸກຂັ້ນ ຈົ່ງໄດ້ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງຕົນ, ຫັນບັນດາໜ້າວຽກເປັນແຜນງານ, ໂຄງການລະອຽດ, ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ບັນດານິຕິກຳຂອງພັກຢ່າງຕໍ່ເນື່ອງ, ສືບຕໍ່ປັບປຸງກຳລັງປກສ-ປກຊ ຂັ້ນບ້ານໃຫ້ເຂັ້ມແຂງ ຕິດພັນກັບແກ້ໄຂບັນຫາ 4 ເຖື່ອນ,ຊຸກຍູ້ການຜະລິດຂອງປະຊາຊົນໃຫ້ກາຍເປັນສີນຄ້າ,ຕິດຕາມ,ກວດກາປະເມີນຄືນບັນດາໜ້າວຽກທີ່ໄດ້ຮັບຮອງຜ່ານມາ, ສືບຕໍ່ຊຸກຍູ້ ບັນດາຄາດໝາຍຂອງຂະແໜງການຕ່າງໆ ເປັນຕົ້ນແມ່ນຂະແໜງສຶກສາ, ປຸກລະດົມທຸກພາກສ່ວນອົງການຈັດຕັ້ງຂອງພັກ-ລັດ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

About admin11