ເມືອງ ວຽງທອງ ມອບເຄື່ອງຊ່ວຍເຫຼືອ 5 ຄອບຄົວອະນາຖາ ບ້ານນາຕັນ

           

 ດ້ວຍຄວາມເປັນຫ່ວງເປັນໄຍຈາກການນໍາພັກ – ລັດ, ເພື່ອບັນເທົາທຸກໃຫ້ແກ່ຄອບຄົວອະນາຖາຢູ່ພາຍໃນເມືອງ, ໃນຕອນແລງວັນທີ 18 ພຶດສະພາ 2022 ການນໍາເມືອງວຽງທອງ ແຂວງ ບໍລິຄຳໄຊ ໄດ້ນຳເອົາ ສັງກະສີ ແລະ ເຫຼັກຕະປູ ມອບໃຫ້ 5 ຄອບຄົວ ທີ່ຢູ່ບ້ານນາຕັນ ເຊີ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ລວມມີ: ສັງກະສີ ຈຳນວນ 250 ແຜ່ນ ແລະ ເຫຼັກຕະປູ 10 ກິໂລ ລວມມູນຄ່າທັງໝົດ 9,550,000 ກີບ.

ໃຫ້ກຽດຕາງໜ້າການນຳຂອງເມືອງ ກ່າວມອບໂດຍ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ແລະ ກ່າວຮັບແມ່ນຕາງໜ້າແຕ່ລະຄອບຄົວ ໂດຍ ຊ້ອງໜ້າບັນດາພາກສ່ວນທີ່ກ່ຽວຂ້ອງຂອງເມືອງ, ອຳນາດການປົກຄອງບ້ານນາຕັນ ເປັນສັກຂີພະຍານ.

 

About admin11