ເມືອງ ວຽງທອງ ປະເມີນການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ປະຈຳປີ 2021

ໃນວັນທີ 3 ສິງຫາ 2021 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານຕາມ 5 ດ້ານ, 47 ຕົວຊີ້ບອກ. ເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄຳແພນ ວິລືທຳ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວຽງທອງ, ມີ ຮອງເຈົ້າເມືອງ, ຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫ້ອງ ການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນວາລະກອງປະຊຸມ ທ່ານ ຄຳກອງ ພົມມີໄຊ ກໍາມະການພັກເມືອງ, ຫົວໜ້າຫ້ອງການພາຍໃນເມືອງ ໄດ້ໃຫ້ກຽດຂື້ນ ຜ່ານບັນດາເອກະສານຕ່າງໆຂອງຂັ້ນເທີງ ແລະ ຊີ້ແຈງບາງເນື້ອໃນແບບຟອມປະເມີນເມືອງເຂັ້ມແຂງຮອບດ້ານຕາມ 5 ດ້ານ ແລະ 47 ຕົວຊີ້ບອກ. ຫຼັງຈາກນັ້ນກອງປະຊຸມຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນຕໍ່ບົດງາຍງານດັ່ງກ່າວທີ່ກ່ຽວພັນກັບຫ້ອງການທີ່ກຽວຂ້ອງ ພ້ອມເປັນເອກະພາບກັນ ຕາມ 5 ເນື້ອໃນແຕ່ລະດ້ານ ແລະ 47 ຕົວຊີ້ບອກ ຕ່າງໆເປັນຕົ້ນແມ່ນ:ດ້ານ ເນື້ອທີ່ໜື່ງ ໃນດ້ານກໍ່ສ້າງພັກ-ພະນັກງານ ມີ 8 ຕົວຊີ້ບອກ ບັນລຸໄດ້ 100%, ດ້ານເນື້ອໃນທີ 2 ໃນດ້ານການປົກຄອງ ແລະ ຄຸ້ມຄອງບໍລິຫານ ມີ 4 ຕົວຊີ້ບອກ ບັນລຸ ໄດ້ 3 ຕົວຊີ້ບອກ, ບໍ່ບັນລຸ 1 ຕົວຊີ້ບອກ, ດ້ານເນື້ອນໃນທີ 3 ດ້ານເສດຖະກິດ -ການເງີນ, ຊັບພະຍາ ກອນທໍາມະຊາດ ແລະ ສີ່ງແວດລ້ອມ ມີ 18 ຕົວຊີ້ບອກ ບັນລຸໄດ້ 15 ຕົວຊີ້ບອກ, ບໍ່ບັນລຸ 3 ຕົວຊີ້ບອກ, ດ້ານເນື້ອໃນທີ 4 ດ້ານວັດທະນະທໍາ-ສັງຄົມ ມີ 11 ຕົວຊີ້ບອກ ບັນລຸໄດ້ 6 ຕົວຊີ້ບອກ, ບໍ່ບັນລຸ 5 ຕົວຊີ້ບອກ ແລະ ດ້ານເນື້ອໃນທີ 5 ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 6 ຕົວຊີ້ບອກ ສາມາດບັນລຸໄດ້ 4 ຕົວຊີ້ບອກ ແລະ ບໍ່ບັນລຸ 2 ຕົວຊີ້ບອກ.

ຕອນທ້າຍກອງປະຊຸມທ່ານເຈົ້າເມືອງຍັງໄດ້ມີຄຳເຫັນໂອ້ລົມ ທ່ານ ໄດ້ເນັ້ນໜັກໃຫ້ແຕ່ລະຫ້ອງການ ຄົ້ນຄວ້າຊອກຫາວິທີເພື່ອພ້ອມກັນປະຕິບັດຕົວຊີ້ບອກທີບໍ່ທັນບັນລຸ, ໃຫ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ຂໍທິດນຳຂັ້ນເທີງຫາວິທີແກ້ໄຂ, ໃນຊຸມປີຕໍ່ໜ້າໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

About admin11