ເມືອງ ວຽງທອງ ທໍາລາຍສິນຄ້າທີ່ໝົດອາຍຸ ແລະ ສິນຄ້າທີ່ຕ້ອງຫ້າມ


ໃນຕອນແລງຂອງວັນທີ່ 18 ພະຈິກ 2020 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີທໍາລາຍສິນຄ້າທີ່ໝົດອາຍຸ, ເສື່ອມຄຸນນະພາບ ແລະ ສິນຄ້າທີ່ຕ້ອງຫ້າມ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະຫ້ອງວ່າການ, ຫົວໜ້າຫ້ອງການ, ຮອງຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ໃນພິທີ ໄດ້ຜ່ານບົດສະຫຼຸບ ໃນການເກັບກູ້ສິນຄ້າທີ່ຕ້ອງຫ້າມ, ສິນຄ້າທີ່ໝົດອາຍຸ ແລະ ອາວຸດລ່າເນື້ອຕ່າງໆໃນໄລຍະຜ່ານມາ.

ຜ່ານການປະຕິບັດເກັບກູ້ຕົວຈິງ ແມ່ນສາມາດເກັບໄດ້ປະເພດສິນຄ້າທີ່ໝົດອາຍຸ ມີຄື: ເຂົ້າໜົມ, ນໍ້າສົ້ມດີໂດ່, ໂຈ໋ກປ່ອງ, ໝີ່, ເປັບຊີ, ນົມ, ແຟນຕ້າ, ນໍ້າສະອິ້ວ, ໂອອີຊີ, ກະທິງແດງ, ກາເຟ, ເຈ່ເລ່, ນໍ້າໝາກໄມ້, ຄະນໍ, ແປ້ງຊານົມໄຂ່ມຸກ, ຢາສູບ, ຟີດເນສະໝູນໄພ.

ປະເພດສິນຄ້າທີ່ຕ້ອງຫ້າມທີ່ນອນຢູ່ໃນ 36 ລາຍການທີ່ລັດຖະບານຕ້ອງຫ້າມ ມີຄື: ໄກຣໂຟແຊດ,ພາລາຄວດ, ໂຟລິໂຊນ, ຄຼອດລີໂຊນ, ອາມິກ, ໄດຍູຮອນ, ແມນໂດເຊນ, ອາທຣາຊີນ, ໄຮເດຣລອດ, ເມເຈີມິກ, ຝຸ່ນ(ດາລາທອດ).

ປະເພດຢາປາບສັດຕູພືດ ມີຄື: ໂຟລີດອນ, ອາບເມກ, ໂອເມກ້າ, ເອດຮອນ, ດົນດໍາ, ຢູສະກາຍ ແລະ ປະເພດອາວຸດລ່າເນື້ອ. ຄິດເປັນເງິນທັງໝົດ 10.839.000 ກີບ, ໃນການທໍາລາຍຄັ້ງນີ້ແມ່ນຂຸດຂຸມຝັງ.

About admin11