ເມືອງ ທ່າພະບາດ ສ້າງຂະບວນການ ຈັດກິດຈະກໍາ ຮ່ວມບໍລິຈາກເລືອດແບບສະໝັກໃຈ

       ໃນວັນທີ 23 ມີນາ  2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ທ່າພະບາດ ໄດ້ເປິດພິທີ ບໍລິຈາກເລືອດ ແບບສະໝັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາຜິວ ໄຊຍະນາສີ ຫົວໜ້າຫ້ອງວ່າການເມືອງ ທ່າພະບາດ ແລະ ທ່ານ ສີສຸພັນ ວົງວິໄລ ຮອງຫົວໜ້າອົງການກາແດງແຂວງ ບໍລິຄຳໄຊ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ ຕະຫຼອດຮອດພະນັກງານວິຊາການ ເຂົ້າຮ່ວມ

   ການບໍລິຈາກເລຶອດແບບສະໜັກໃຈ ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີຜູ້ບໍລິຈາກເລືອດໃນຄັ້ງນີ້ ທັງໝົດ 28 ຄົນ, ຍິງ 11 ຄົນ ແລະ ໄດ້ຮັບເລຶອດ ທັງໜົດ 28 ຖົງ, ການຮັບບໍລິຈາກເລືອດມີຢູ່ 2 ຈຸດ ຄື: ຫ້ອງວ່າການເມືອງ ທ່າພະບາດ 05 ຄົນ, ຍິງ 1 ຄົນ ໄດ້ຮັບເລຶອດ 05 ຖົງ ແລະ ຢູ່ທີ່ ໂຮງຣຽນມັດທະຍົມສຶກສາຕອນປາຍສົມສະອາດ 23 ຄົນ, ຍິງ 10 ຄົນ ໄດ້ຮັບເລຶອດ 23 ຖົງ.

ການບໍລິຈາກເລືອດໂດຍພື້ນຖານແລ້ວ ຜູ້ທີ່ມີສຸຂະພາບແຂງແຮງ ເພດຍິງອາຍຸຕັ້ງແຕ່ 17 – 55 ປີ ແລະ ຊາຍ 17 – 60 ນໍ້າໜັກ 45 ກິໂລກຼາມຂຶ້ນໄປສາມາດບໍລິຈາກໄດ້ ເຊິ່ງໃນການບໍລິຈາກແຕ່ລະຄັ້ງແມ່ນພຽງແຕ່ 350 ເຊເຊ ບໍ່ໄດ້ມີຜົນກະທົບສາມາດທົດແທນສ້າງຂຶ້ນມາໃນ 24-48 ຊົ່ວໂມງກໍ່ຈະກັບມາເປັນປົກກະຕິ.

ໃນການຈັດກິດຈະກຳ ບໍລິຈາກເລືອດແບບສະໝັກໃຈໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ – ຂອງຊາດ ໂດຍສະເພາະແມ່ນ ຂ່ຳນັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ, ທັງເປັນການກຽມພ້ອມໃນການຕອບສະໜອງເລືອດ ເພື່ອຊ່ວຍເຫຼືອກອບກູ້ ເອົາຊິວິດຂອງຄົນເຈັບ ທີ່ຕ້ອງການເລືອດ.

 

 

About admin11