ເມືອງ ທ່າພະບາດ ປາຖະກະຖາ ວັນສ້າງກອງທັບປະຊາຊົນລາວຄົບຮອບ 73 ​ປີ

       ເພື່ອລະນຶກເຖີງວັນປະຫວັດສາດຂອງຊາດລາວ  ໃນວັນທີ 24 ມັງກອນ 2022 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( ວັນທີ 20 ມັງກອນ 1949 – 20 ມັງກອນ 2022 ) ໂດຍໃຫ້ກຽດຫວນຄືນໂດຍທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ, ມີການນຳຂັ້ນເມືອງ, ພະນັກງານຫລັກແຫລ່ງ ຕະຫຼອດຮອດພະນັກງານວິຊາການອ້ອມຂ້າງເມືອງ ເຂົ້າຮ່ວມ.

       ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນ ໃນວັນທີ 20 ມັງກອນ 1949  ຢູ່ເຂດທີ່ໝັ້ນຂອງການປະຕິວັດ, ໂດຍຜ່ານຂະບວນການຕໍ່ສູ້ກູ້ຊາດ ຍິ່ງສູ້ຮົບ ຍິ່ງມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວ ໄດ້ຜ່ານຜ່າອຸສັກນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ ໃນພາລະກິດຕໍ່ຕູ້ປົດປ່ອຍຊາດ, ສາມາດຕີເອົາໄຊຊະນະຈັກກະພັດຜູ້ຮຸກຮານ ແລະ ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ, ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.

ມາເຖີງປະຈຸບັນ ຍັງເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາໜາກຜົນຂອງການປະຕິວັດ ແລະ ລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ.

 

 

About admin11