ເມືອງໄຊຈໍາພອນ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ

 

ໃນວັນທີ 3 ທັນວາ 2020 ຢູ່ຫ້ອງປະຊຸມໃຫຍ່ຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ຂຶ້ນ, ໃຫ້ກຽດຫວນຄືນມູນເຊື້ອໂດຍ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈໍາພອນ.

ໃນພິທີ ທ່ານ ໂກ່ ໄຊສົມບັດ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງວັນຊາດ ທີ 2 ທັນວາ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຂອງປວງຊົນລາວທັງຊາດ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ການນຳພາຕໍ່ສູ້ຂອງບັນພະບຸລຸດລາວໃນສະໄໝຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດ ອະທິປະໄຕ ຜືນແຜ່ນດີນລາວ ໃຫ້ຫລຸດພົ້ນອອກຈາກແອກຄອບຄອງຂອງພວກຈັກກະພັດລ່າເມືອງຂື້ນແບບເກົ່າ, ແບບໃໝ່ ແລະ ພວກອິດທິກຳລັງປໍລະປັກ ຂອງກຸ່ມຄົນບໍ່ຫວັງດີ ຊຶ່ງຍາມໃດມັນກໍ່ຫວັງມ້າງເພທຳລາຍ ປະເທດຊາດຂອງພວກເຮົາຢູ່ສະເໝີ.

ວັນຊາດ ທີ 2 ທັນວາ ແລະ ວັນເກີດຂອງທ່ານປະທານໄກສອນ ພົມວິຫານ ເຊີ່ງເປັນວັນທີມີຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ ສະແດງໃຫ້ເຫັນມູນເຊື້ອອັນສະຫງ່າອົງອາດ ກ້າຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງເປັນ ສປປ ລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ເຊິ່ງໄດ້ກາຍເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ທາງປະຫວັດສາດຂອງຊາດລາວ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ເປັນວັນທີ່ປະເທດລາວໄດ້ມີເອກະລາດສົມບູນ ມີອະທິປະໄຕຢ່າງຄົບຖ້ວນ, ເຮັດໃຫ້ສະມາຄົມໂລກຮັບຮູ້ວ່າ ສປປ ລາວ ແມ່ນປະເທດໜຶ່ງ ທີ່ຄົງຕົວຢູ່ໃນລະບົບການພົວພັນສາກົນຢ່າງຖືກຕ້ອງ ແລະ ກ້າວເຂົ້າສູ່ການສ້າງປະເທດໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.

        ຈາກນັ້ນ ທ່ານ ກໍ່ໄດ້ເລົ່າເຖີງປະຫວັດຄວາມເປັນມາ ການເຄື່ອນໄຫວຂອງທ່ານປະທານໄກສອນ ພົມວິຫານ ໃນແຕ່ລະໄລຍະ ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ ເດັດດ່ຽວໜຽວແໜ້ນຂອງທ່ານ ຈົນກາຍເປັນນັກຮົບຜູ້ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນໍາຂອງພັກ-ລັດທີ່ມີຄວາມສາມາດ, ສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກໍາ, ເປັນນັກປຸກລະດົມຂົນຂວາຍ ເປັນແບບຢ່າງອັນແຈ້ງໃສ, ເປັນແກ່ນສານຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກ້ວາງຂວາງ, ເປັນຜູ້ນໍາບໍລິສຸດປອດໃສ, ເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງໃນການປະຕິບັດແນວທາງຢ່າງຖືກຕ້ອງ.

 

About admin11