ເມືອງໄຊຈຳພອນ ຈັດປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2021 ຢູ່ທີ່ສະໂມສອນຫຼັງໃໝ່ຂອງຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ການສ້າງແຜນກຳນົດພະນັກງານນຳພາ – ຄຸ້ມຄອງຂັ້ນເມືອງ ໂດຍການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈໍາພອນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫ້ອງການ ຕະຫຼອດຮອດພະນັກງານລັດຖະກອນທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດເນາະນຳ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 292/ຄຈ.ສພ ລົງວັນທີ 26 ເມສາ 2018 ວ່າດ້ວຍການຈັດຕັ້ງປະຕິບັດມະຕິ ເລກທີ 032/ກມ.ສພ ແລະ ມະຕິກົມການເມືອງສູນກາງພັກ ເລກທີ 030/ກມ.ສພ ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນຳພາ – ຄຸ້ມຄອງ.

ທ່ານເຈົ້າເມືອງ ກ່າວວ່າ: ການສ້າງແຜນກໍານົດພະນັກງານ ເປັນວຽກງານໝຶ່ງທີ່ສໍາຄັນ ເພາະເປັນພື້ນຖານຂອງການບຳລຸງສ້າງພະນັກງານ ໃຫ້ໄປຕາມແຜນທີ່ກຳນົດໄວ້ ຮັບປະກັນໃຫ້ໄດ້ພະນັກງານ ລຸ່ນສືບທອດທີ່ດີ ມີຄຸນນະພາບ, ຄາດຄະເນສັບຊ້ອນ ຈັດວາງພະນັກງານ ທີ່ມີຄວາມຮູ້ ຄວາມສາມາດ ໃສ່ບັນດາຕຳແໜ່ງງານ ໃຫ້ມີຄວາມເໝາະສົມ ຢ່າງສົມເຫດສົມຜົນ.

ກອງປະຊຸມ ໄດ້ມີການທາບທາມ 3 ຫ້ອງການ ຄື: ຫ້ອງການອົງການກວດກາພັກ-ລັດ, ຫ້ອງການຄະນະຈັດຕັ້ງ ແລະ ຫ້ອງການ ໂຄສະນາ-ອົບຮົມເມືອງ ໂດຍມີການຢາຍບັດທາບທາມ ແລະ ດຳເນີນທາບທາມຮອບ 1, ຮອບ 2 ແລະ ຮອບ 3.

About admin11