ເມືອງວຽງທອງ ເລົ່າຄືນມູນເຊື້ອ 3 ວັນປະຫວັດສາດ

ໃນຕອນເຊົ້າວັນທີ 21 ຕຸລາ 2022 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ໄດ້ມີພິທີປາຖະກະຖາ 3 ວັນປະຫວັດສາດ ຄື: ວັນປະກາດເອກະລາດ ຄົບຮອບ 75 ປີ ( 12 ຕຸລາ 1945 – 12 ຕຸລາ 2022), ວັນສ້າງຕັ້ງການທູດລາວ ຄົບຮອບ 77 ປີ ( 12 ຕຸລາ1945 – 12 ຕຸລາ 2022 ) ແລະ ວັນລະນຶກສາກົນວັນສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວຄົບ ຮອບ 35 ປີ ( 17 ຕຸລາ 1987 – 17 ຕຸລາ 2022 ) ຂື້ນ ໂດຍເປັນກຽດເຂົ້າຮ່ວມເລົ່າຄືນມູນເຊື່ອດັ່ງກ່າວຂອງ ທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກພັກ-ພະນັກງານ, ມີຫົວໜ້າກົມກອງ, ຫ້ອງການ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມ.

ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ໄດ້ຍົກໃຫ້ຮູ້ປະຫວັດຄວາມເປັນມາກ່ອນໜ້ານີ້ຫຼາຍສີບປີຄືວັນທີ 12 ຕຸລາ 1945 ປະຊາຊົນບັນດາເຜົ່າທົວປະເທດໄດ້ພ້ອມກັນໂຮມຊຸມນຸມໃຫຍ່ຢູ່ວຽງຈັນ ເພື່ອປະກາດຄວາມເປັນເອກະລາດຂອງຊາດລາວເຮົາເປັນຄັ້ງທຳອິດຈາກແອກປົກຄອງຂອງພວກລ່າເມືອງຂື້ນ ແລະ ພວກຮຸກຮານຕ່າງຊາດ ເຊີ່ງໄດ້ເປັນຂິດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ອັນພິລະອາດຫານ, ດ້ວຍຄວາມສາມັກຄີແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະ ປະຊາຊົນພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວຂອງພວກເຮົາ.

ທ່ານໄດ້ໃຫ້ຮູ້ປະຫວັດການກຳເນີດເກີດຂື້ນວັນສ້າງຕັ້ງການທຸດລາວ ແລະ ວັນລະນຶກສາກົນວັນສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 35 ປີ.

ຈຸດປະສົງໃນການເລົ່າຄືນຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານ ລັດຖະກອນໄດ້ຮູ້ ແລະ ເຂົ້າໃຈເຖິງປະຫວັດສາດທີ່ບໍ່ອາດຈະລືມໄດ້ ແລະ ພ້ອມກັນນຳເອົາເປັນບົດຮຽນໃນການປະກອບສ່ວນໃນໜ້າທີ່ວຽກງານ ແລະ ໃນການດຳລົງຊີວິດ.

About admins16