ເມືອງວຽງທອງ ເປີດກອງປະຊຸມປືກສາຫາລືກ່ຽວກັບການກຳນົດລາຄາທີ່ດິນພາຍໃນເມືອງ

ໃນຕອນບ່າຍວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ວຽງທອງ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມປືກສາຫາລືກ່ຽວກັບການກຳນົດ, ປະເມີນລາຄາທີ່ດິນຢູ່ບັນດາບ້ານພາຍໃນເມືອງ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນຳວຽກຂົງເຂດເສດຖະກິດ, ມີຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງ ແລະ ນາຍບ້ານອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ໄມມູນ ຄໍາບຸນວົງ ຫົວໜ້າໜ່ວຍງານວິຊາການ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມເມືອງ ໄດ້ຂື້ນຜ່ານຮ່າງການປະເມີນຫົວໜ່ວຍລາຄາ, ມູນຄ່າທີ່ດິນພາຍໃນເມືອງ ໃນ 34 ບ້ານທົ່ວເມືອງ ເຊີ່ງໄດ້ແບ່ງອອກເປັນ 4 ເຂດ: ເຂດໃຈກາງເມືອງ ມີ 4 ບ້ານ, ເຂດອ້ອມຂ້າງເມືອງ ມີ 7 ບ້ານ, ເຂດຊານເມືອງ ມີ 9 ບ້ານ ແລະ ເຂດຊົນນະບົດ ມີ 14 ບ້ານ, ໄດ້ແບ່ງເປັນ 2 ປະເພດດິນ ຄື: ປະເພດດິນປຸກສ້າງ ແລະ ປະເພດດິນກະສິກໍາ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລືຄົ້ນຄົ້ວແລກປ່ຽນຄວາມຄິດເຫັນຕາມຄວາມເປັນໄປໄດ້ ແລະ ເໝາະສົມກັບແຕ່ລະເຂດ ໃນການກຳນົດເອົາແຕ່ລະບ້ານ ເຂົ້າໃນແຕ່ລະເຂດໃຫ້ເໝາະສົມແລະການກຳນົດຫົວໜ່ວຍລາຄາ, ມູນຄ່າທີ່ດິນເຂົ້າໃນເຂດຕ່າງໆ ແລ້ວເອກະພາບກັນນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.

About admins16