ເມືອງວຽງທອງ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ – ຫວຽດນາມ 2022

ໃນຄືນຂອງວັນທີ 27 ກັນຍາ 2022 ຢູ່ເດີ່ນສໍານັກງານ ບໍລິສັດພັດທະນາເຂດພູດອຍ MOD ປະຈໍາ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດງານພົບປະສ້າງສັນສະເຫຼີມສະຫຼອງປີສາມະຄີມິດຕະພາບລາວ – ຫວຽດນາມ 2022, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ, ທ່ານ ທ້າຍ ຫງັອກເທີ ຫົວໜ້າບໍລລິສັດພັດທະນາເຂດພູດອຍ, ມີຄະນະນຳ – ພະນັກງານຫລັກແຫລ່ງເມືອງ, ຄະນະບໍລິສັດພັດທະນາເຂດພູດອຍ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ແລະ ບັນດານັກທຸລະກິດລາວ – ຫວຽດນາມ ເຂົ້າຮ່ວມ.

ໃນພິທີ ທ່ານ ພັອ ຄໍາແພນ ວິລືທຳ ໄດ້ມີຄໍາເຫັນ ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເປັນສອງປະເທດທີ່ມີການພົວພັນທີ່ດີນຳກັນມາແຕ່ບູຮານນະການ, ມີສາຍແດນຕິດຈອດກັນແຕ່ເໜືອຮອດໃຕ້ ຍາວກວ່າສອງພັນກິໂລແມັດ, ປະຊາຊົນສອງຊາດເຄີຍຖືກຮຸກຮານ ຈາກພວກຈັກກະພັດລ່າຫົວເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່ ເປັນເວລາຫຼາຍທົດສະວັດ.

ດ້ວຍສະພາວະຄວາມເປັນຈິງທາງປະຫວັດສາດດັ່ງກ່າວ ສອງຊາດລາວ – ຫວຽດນາມ ຈຶ່ງໄດ້ຮ່ວມສຳພັນກັນຕໍ່ສູ້ຕ້ານສັດຕູ ແລະ ເພື່ອຈຸດມຸ້ງໝາຍອັນດຽວກັນ ຄື ປົດປ່ອຍຊາດຕົນເອງ ຍາດເອົາຄວາມເປັນເອກະລາດ ແລະ ທ້ອນໂຮມປະເທດຊາດ, ນຳເອົາອິດສະຫຼະພາບມາໃຫ້ແກ່ປະຊາຊົນສອງຊາດ.

ສະເພາະເມືອງວຽງທອງ ໃນໄລຍະ5 ປີ ຜ່ານມາ ໄດ້ເອົາໃຈໃສ່ເພີ່ມທະວີການພົວພັນຮ່ວມມືຮອບດ້ານລາວ – ຫວຽດນາມ ນັບມື້ຫັນເຂົ້າສູ່ລວງເລິກ ສະແດງອອກ ຄື: ໄດ້ຮ່ວມມືແຮກສ່ຽວກັບເມືອງເຕື່ອງເຍື່ອງ ແຂວງເຫງະອານ, ມີການພົວພັນຮ່ວມມືຢ່າງຮອບດ້ານ ເຊີ່ງໄດ້ໄປມາຢ້ຽມຢາມ, ຮ່ວມເຮັດວຽກ, ອວຍພອນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນປົກກະຕິ, ຜ່ານມາກອງບັນຊາການທະຫານເມືອງ ໄດ້ຮ່ວມກັບ ສສ ຫວຽດນາມ ລົງເຄື່ອນໄຫວຢູ່ຂອບເຂດຊາຍແດນ ເຮັດໃຫ້ເຂດດັ່ງກ່າວມີຄວາມສະຫງົບ ໂດຍພື້ນຖານ, ອອກເຄື່ອນໄຫວຂຸດຄົ້ນອັດຖິຮ່ວມກັບກອງຂຸດຄົ້ນ ສສ ຫວຽດນາມໄດ້ທັງໝົດ 115 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 188 ສະຫາຍ ສາມາດຂຸດຄົ້ນອັດຖິໄດ້ທັງໝົດ 20 ອັດຖິ.

ຮັບທຶນຊ່ວຍເຫຼືອລ້າ ຈາກບໍລິສັດຮ່ວມມືເສດຖະກິດໂກເອໂກ ສ້ອມແປງຊົນລະປະທານຢູ່ເຂດທອງມີໄຊ 3 ແຫ່ງ ຄື: ຊົນລະປະທານບ້ານນາເພີນ, ຊົນລະປະທານບ້ານສິວິໄລ ແລະ ຊົນລະປະທານບ້ານໂຮມຈະເລີນ ລວມມູນຄ່າ 1 ຕື້ ກວ່າດົ່ງ, ໄດ້ຮັບການຊ່ວຍເຫຼືອຈາກບໍລິສັດພັດທະນາເຂດພູດອຍແອມໂອດີ ກະຕ່າໃສ່ຫີນສໍາລັບສ້ອມແປງຊົນລະປະທານບ້ານນ້ຳກ້າງມູນຄ່າ 40 ລ້ານດົ່ງ, ຊ່ວຍເຫຼືອສ້າງຂະບວນການຮັບຕ້ອນປິສາມັກຄີລາວ – ຫວຽດນາມ ປີ 2022 ເປັນເງິນສົດ 10 ລ້ານກີບ, ຊ່ວຍເຫຼືອຄອບຄົວອານາຖາ 10 ຄອບຄົວ ມູນຄ່າ 5 ລ້ານກີບ, ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານຫວຽດ ນາມ ສ້ອມແປງພື້ນຖານໂຄງລ່າງ ແລະ ພັດທະນາເຂດຊາຍແດນລາວ – ຫວຽດນາມ ຢູ່ເຂດທອງມີໄຊລວມມູນຄ່າ 3 ຕື້ກວ່າດົ່ງ, ໄດ້ຮັບທຶນຊ່ວຍເຫຼືອລ້າຈາກບໍລິສັດຮ່ວມມືເສດຖະກິດໂກເອໂກ ສ້ອມແປງສຸກສາລາບ້ານສີວິໄລ ມູນຄ່າ 75 ລ້ານກວ່າດົ່ງ, ນ້ຳລິນຢູ່ເຂດທອງມີໄຊ 3 ແຫ່ງ ຄື: ນ້ຳລິນບ້ານນາເພີນ, ນ້ຳລິນບ້ານສິວິໄລ ແລະ ນ້ຳລິນທອງມີໄຊ ລວມມູນຄ່າ 701 ລ້ານກ່ວາດົງ.

ສ້ອມແປງ ແລະ ບູລະນະໂຮງຮຽນຢູ່ເຂດທອງມີໄຊໄດ້ 4 ຫຼັງ ຄື: ໂຮງຮຽນມັດທະຍົມນາເພີນ, ປະຖົມສິວິໄລ, ປະຖົມທອງມີໄຊ ແລະໂຮງຮຽນປະຖົມຮົມຈະເລີນ ລວມມູນຄ່າ 1 ຕື້ກ່ວາດົ່ງ.

ທ່ານເຈົ້າເມືອງ ຍັງກ່າວວ່າ: ເພື່ອສືບຕໍ່ມູນເຊື້ອສາມັກຄີນັ້ນ ຄະນະພັກ, ອົງການປົກຄອງເມືອງ ກໍ່ຄືປະຊາຊົນບັນດາເຜົ່າ ພວກຂ້າພະເຈົ້າຈະພະຍາຍາມເຮັດສຸດຄວາມສາມາດຂອງຕົນ ແລະ ຈະເຊີດຊູຄວາມເປັນເຈົ້າການຮັບຜິດຊອບຢ່າງແຂງແຮງ ໃນການປະຕິບັດບັນດາສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆລະຫວ່າງສອງພັກ – ສອງລັດ ພວກເຮົາໃຫ້ໝັ້ນຄົງຕະຫຼອດກາລະນານ.

ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍໃຫ້ບັນດານັກທຸລະກິດ ທີ່ປະກອບສ່ວນເຂົ້າໃນການພັດທະນະກົມກອງ ຫ້ອງການ ແລະ ພື້ນຖານເສດຖະກິດ ພາຍໃນເມືອງວຽງທອງ.

About admins16