ເມືອງວຽງທອງ ສະຫຼຸບວຽກງານກວດກາປ່າໄມ້ ແລະ ສັດນໍ້າ – ສັດປ່າ

ກອງປະຊຸມສະຫຼຸບວຽກງານກວດກາປ່າໄມ້, ສະກັດກັ້ນໄຟໄໝ້ລາມປ່າ, ຖາງປ່າເຮັດໄຮ່ແບບຊະຊາຍ, ເກັບກູ້ຈັກສະຕິ່ນ, ອາວຸດລ່າສັດນ້ຳ-ສັດປ່າແບບດັບສູນ ແລະ ການລັກລອບຂຸດຄົ້ນເຄື່ອນຍ້າຍໄມ້, ເຄື່ອງປ່າຂອງດົງ ໃນສົກປີ 2021-2022 ໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2022 ຢູ່ຫ້ອງວ່າການເມືອງວຽງທອງ ເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ ມີການນໍາຂອງເມືອງ, ນາຍບ້ານທົ່ວເມືອງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນ 1 ປີຜ່ານມາ ເຈົ້າໜ້າທີ່ປ່າໄມ້ ໄດ້ນໍາເອົານິຕິກໍາຕ່າງໆທີ່ກ່ຽວພັນກັບປ່າໄມ້ ແລະ ສັດນໍ້າ – ສັດປ່າ ໄປເຊື່ອມຊືມໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ແລະ ໄດ້ລົງປະຕິບັດຕົວຈິງ, ຕິດຕາມກວດກາລາດຕາເວັນໃນພາກສະໜາມ, ສາມາດກວດກາຕິດຕາມຢຶດໄດ້ສັດປ່າຫວງຫ້າມ ທີ່ປະຊາຊົນລ່າມາໄດ້ 6 ໂຕ ແລະ ສິ້ນສ່ວນສັດປ່າ 21 ກິໂລ, ຢຶດໄດ້ໄມ້ 710 ຕັບ ເທົ່າກັບ 365 ແມັດກ້ອນ, ໄມ້ທ່ອນ 14 ທ່ອນ ເທົ່າກັບ 16 ແມັດກ້ອນ, ສາມາດລົງກວດກາເນື້ອທີ່ດີນ ທີ່ຖືກຈັບຈອງໂດຍບໍ່ຖືກຕ້ອງຈໍານວນ 8 ເຮັກຕ່າ, ກວດກາພົບເຫັນການຖາງປ່າເຮັດໄຮ່ແບບຊະຊາຍ 34 ຕອນ ເທົ່າກັບ 46,4 ເຮັກຕ່າ, ຢຶດອາວຸດລ່າເນື້ອ ປະເພດປືນແກັບ 3 ກະບອກ, ຈັກສະຕິ່ນ 6 ເຄື່ອງ, ຈັກວິນໄມ້ 2 ເຄື່ອງ, ຕໍ່ກັບບັນຫາດັ່ງກ່າວແມ່ນເຈົ້າໜ້າທີ່ກ່ຽວຂ້ອງໄດ້ແກ້ໄຂສໍາເລັດ.

ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບ ເພື່ອຊອກຫາວິທີແກ້ໄຂ, ການນໍາໃຊ້, ຄຸ້ມຄອງປົກປັກຮັກສາປ່າໄມ້, ສັດນໍ້າ – ສັດປ່າ ໃນຕໍ່ໜ້າໃຫ້ມີຄວາມຍືນຍົງຕະຫຼອດໄປ.

About admins14