ເມືອງວຽງທອງ ສະຫຼຸບການຈັດຕັ້ງປະຕິບັດງົບປະມານ ປະຈຳ 6 ເດືອນຕົ້ນປີ 2022

ໃນວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊ ຫ້ອງການການເງິນເມືອງ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດງົບປະມານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022, ເປັນກຽດເຂົ້າຮ່ວມຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ, ມີຫົວໜ້າຫ້ອງການ ອ້ອມຂ້າງເມືອງ ແລະ ພະນັກງານຫ້ອງການການເງິນ ເຂົ້າຮ່ວມ.

ການຈັດຕັ້ງເກັບລາຍຮັບງົບປະມານ ທີ່ໄດ້ດຸນດ່ຽງຈາກແຂວງແຜນການປີ 22.065.830.000 ກີບ ປະຕິບັດໄດ້ 12.000.000.000 ກີບ ເທົ່າກັບ 54,38% ຂອງແຜນການປີ, ລາຍຮັບພາຍໃນເມືອງແຜນການປີ 3.682.000.000 ກີບ ປະຕິບັດໄດ້ 1.965.255.894 ກີບ ເທົ່າກັບ 53,37% ຂອງແຜນປີ, ໃນນັ້ນ ຮັບຈາກສ່ວຍສາອາກອນ ແລະ ທີ່ດິນແຜນການປີ 3.331.500.000ກີບ ປະຕິບັດໄດ້ 1.539.200.566 ກີບ ເທົ່າກັບ 46,20% ຂອງແຜນການປີ, ຮັບຈາກຊັບສິນ ປະຕິບັດໄດ້ 426 ລ້ານກວ່າກີບ ເທົ່າກັບ 121,56% ແລະ ວຽກງານເກັບລາຍຮັບບ້ານສາມສ້າງບ້ານນ້ຳຢ້າງ ປະຕິບັດໄດ້ 55.940.300 ກີບເທົ່າກັບ 35,72%, ບ້ານສາມສ້າງຈອມທອງ ປະຕິບັດໄດ້ 50.127.367 ກີບ ເທົ່າກັບ 56,83%.

ດ້ານການຄຸ້ມຄອງລາຍຈ່າຍງົບປະມານແຜນການປີ 25.747.830.000 ກີບປະຕິບັດໄດ້ 13.046.823.632 ກີບ ເທົ່າກັບ 50,67%, ຈ່າຍເງິນເດືອນປະຕິບັດໄດ້ 9.669.045.903 ກີບ ເທົ່າກັບ 52,29%, ເງິນນະໂຍບາຍ ເບ້ຍລ້ຽງຕ່າງໆປະຕິບັດໄດ້ 1.570.464.250 ກີບ ເທົ່າກັບ 52,97%, ເງິນບໍລິຫານປະຕິບັດໄດ້ 1.423.139.412 ກີບ ເທົ່າກັບ 46,98%, ເງິນດັດສົມ – ສົ່ງເສີມປະຕິບັດໄດ້ 376.674.067 ກີບ ເທົ່າກັບ 42,42%.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ມີຄຳເຫັນແລກປ່ຽນໃສ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງມີຄວາມຮັບຜິດຊອບສູງ ເພື່ອຈະໄດ້ພ້ອມກັນຄົ້ນຄວ້າໃນການປະຕິບັດວຽກງານໃນຕໍ່ໜ້າໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍ.

About admins16