ເມືອງວຽງທອງ ມີຜູ່ມີສິດປ່ອນບັດເລືອກຕັ້ງ 16,499 ຄົນ,ຍິງ 8,111 ຄົນ.

 

ໃນວັນທີ 11 ມັງກອນ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມລາຍງານໃນການກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ທີ່ຈະມາເຖີງໃນມໍ່ໆນີ້ ໂດຍເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີອະນຸກໍາມະການແຕ່ລະພາກສ່ວນ ແລະ ຄະນະຮັບຜິດຊອບແຕ່ລະໜ່ວຍປ່ອນບັດເຂົ້າຮ່ວມ.

ຈຸດປະສົງກອງປະຊຸມກໍ່ເພື່ອໃຫ້ບັນດາອະນຸກໍາມະການຕ່າງໆໄດ້ຂື້ນລາຍງານຄວາມເປັນໄປໄດ້ເຊັ່ນ: ອະນຸກໍາມະການບຸກຄາລາກອນ, ອະນຸກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບ, ອະນຸກໍາມະການໂຄສະນາ, ສ້າງຂະບວນການຍ້ອງຍໍ, ອະນຸກໍາມະການງົບປະມານ ແລະ ກອງເລຂາລາຍງານ ທົ່ວເມືອງວຽງທອງມີ 25 ໜ່ວຍປ່ອນບັດມີຜູ້ມີສິດປ່ອນບັດ16.499 ຄົນ,ຍິງ 8.111 ຄົນ ກອງປະຊຸມໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ວຽກງານດ້ານຕ່າງໆໃຫ້ມີຄວາມພ້ອມ ແລະ ພ້ອມກັນນໍາເອົາໄປຈັດຕັ້ງປະຕິບັດໃຫ້ໄດ້ໃນມື້ປ່ອນບັດໃຫ້ຮັບປະກັນໄດ້300%

 

About admin11