29 ໜ່ວຍພັກ ເມືອງວຽງທອງ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ​ 2021

    ໃນວັນທີ 31 ພຶດສະພາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ ​2021​ ໃຫ້ໜ່ວຍພັກຮາກຖານສຳນັກງານ ແລະ ໜ່ວຍພັກຂື້ນກັບຄະນະພັກຮາກຖານຈຳນວນ 29​ ໜ່ວຍ, ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ​ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ​ ຜູ້ຊີ້ນໍາວຽກພັກ-ພະນັກ ງານ,​ ມີເລຂາໜ່ວຍພັກ, ຄະນະໜ່ວຍພັກ ເຂົ້າຮ່ວມ.

ພິທີ ໄດ້ຜ່ານມະຕິຕົກລົງ ເລກທີ 206 / ຄປ ພຂ, ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2021 ລວມມີ 29 ໜ່ວຍພັກ ຄື: ໜ່ວຍພັກຫ້ອງວ່າການ, ໜ່ວຍພັກຈັດຕັ້ງກໍ່ສ້າງພັກ – ພະນັກງານ, ໜ່ວຍພັກກວດກາພັກ – ລັດເມືອງ, ໜ່ວຍພັກຄະນະໂຄສະນາອົບຮົມເມືອງ, ໜ່ວຍພັກຫ້ອງການພາຍໃນເມືອງ, ໜ່ວຍພັກສະຫະພັນກຳມະບານເມືອງ, ໜ່ວຍພັກສະຫະພັນແມ່ຍີງເມືອງ, ໜ່ວຍພັກຫ້ອງການຊາວໜຸ່ມເມືອງ, ໜ່ວຍພັກຫ້ອງການແນວລາວສ້າງຊາດເມືອງ, ໜ່ວຍພັກຍຸດຕິທຳ, ໜ່ວຍພັກຫ້ອງການແຮງງານສະຫວັດດີການສັງຄົມ, ໜ່ວຍພັກຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ, ໜ່ວຍພັກຫ້ອງການເງີນ, ໜ່ວຍພັກຫ້ອງການແຜນການ ແລະ ການລົງທືນ, ໜ່ວຍພັກໂຍທາທິການ ແລະຂົນສົ່ງ,ໜ່ວຍພັກຫ້ອງການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ, ໜ່ວຍພັກຫ້ອງ ການ ພ ະລັງງານ ແລະ ບໍ່ແຮ່, ໜ່ວຍພັກທະນາຄານນະໂຍບາຍ, ໜ່ວຍພັກຫ້ອງການສຶກສາທິການ-ກິລາເມືອງ, ໜ່ວຍພັກໂຮງຮຽນມັດທະຍົມສົມບູນ ວຽງທອງ, ໜ່ວຍພັກໂຮງຮຽນປະຖົມ-ອະນຸບານນ້ຳຢ້າງ, ໜ່ວຍພັກສູນການສຶກສານອກໂຮງຮຽນ, ໜ່ວຍພັກໂຮງໝໍຊຸມຊົນເມືອງ, ໜ່ວຍພັກບໍລິຫານ, ໜ່ວຍພັກສົງເສີມ,ໜ່ວຍພັກພະແນກເສນາທິການ, ໜ່ວຍພັກພະແນກພາລາທິການ, ໜ່ວຍພັກຫ້ອງການ ປກສ ເມືອງ ແລະ ໜ່ວຍພັກພະແນກສັນຕິບານ,​ ເປັນກຽດມອບໃບຢັ້ງຢືນຄັ້ງນີ້ໂດຍ ສະຫາຍ ຄຳມອນ ໄຊພົມມີ.

 

About admin11