ເມືອງວຽງທອງ ມອບໃບຕາດິນກະສິກຳຖາວອນ ໃຫ້ປະຊາຊົນບ້ານຈັດສັນຫ້ວຍຫອຍ

ພິທີ ມອບ – ຮັບ ໃບຕາດິນຖາວອນ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2022 ຢູ່ສະໂມສອນບ້ານຈັດສັນຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອຸທອນ ສິງຫາດວງປັນຍາ ຮອງຫົວໜ້າພະແນກຊັບພະຍາກອນທໍມະຊາດ ແລະ ສີງແວດລ້ອມແຂວງ.

ໃນພິທີ ທ່ານ ໄມມູນ ຄຳບູນວົງ ຫົວໜ້າໜ່ວຍງານວິຊາການຫ້ອງການຊັບພະຍາກອນທໍາຊາດ ແລະສິ່ງແວດລ້ອມເມືອງ ໄດ້ອະທິບາຍຄວາມໝາຍ, ຄວາມສໍາຄັນຂອງວຽກງານການຂື້ນທະບຽນອອກໃບຕາດິນ ໃຫ້ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຂື້ນທະບຽນອອກໃບຕາດິນໃໝ່ ໄດ້ຮັບຮູ້ກ່ຽວກັບຄວາມສຳຄັນທີ່ກຳນົດຢູ່ໃນ ມາດຕາ 133 ຂອງກົດໝາຍວ່າດ້ວຍທີ່ດິນ, ໃນ 5 ສິດຂອງຜູ້ທີ່ໄດ້ຮັບສິດນຳໃຊ້ທີ່ດິນ ແລະ ນອນຢູ່ໃນແຜນນະໂຍບາຍຂອງລັດທະບານ ເຊື່ງມີຈຸດປະສົງ ຫັນເອົາການຄຸ້ມຄອງນໍາໃຊ້ທີ່ດິນ ເຂົ້າສູ່ລະບຽບກົດໝາຍ ໃນການຢັ້ງຢືນສິດນຳໃຊ້ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ ເພື່ອຕອບສະໜອງຫັນດິນໃຫ້ເປັນທືຶນ, ທັງເປັນການເຮັດໃຫ້ຜູ້ໄດ້ຮັບສິດນໍາໃຊ້ ໄດ້ມີການພັດທະນາທີ່ດິນຂອງຕົນຕາມຈຸດປະສົງ ແລະ ເປົ້າໝາຍໃດໜື່ງທີ່ແນ່ນອນ.

ໃນການລົງສຳຫຼວດ ແລະ ຂື້ນທະບຽບອອກໃບຕາດີນຖາວອນໃນຄັ້ງນີ້ ທີມງານແມ່ນໄດ້ເລີມຈັດຕັ້ງປະຕິບັດມາແຕ່ ວັນທີ 23 ທັນວາ 2021 ຈົງຮອດປະຈຸບັນ ສາມາດຂື້ນທະບຽນອອກໃບຕາດິນ ເປັນປະເພດດິນກະສິກຳ ໄດ້ 308 ຕອນ ໃນຈຳນວນ 308 ຄອບຄົວ, ມີເນື້ອທີ່ທັງໝົດ 5.709.552 ຕາແມັດ ເຊີ່ງໄດ້ຈັດພິທີມອບໃນຄັ້ງນີ້ເປັນຄັ້ງສຸດທ້າຍ ມີ 63 ຕອນ.

About admins14