ເມືອງວຽງທອງ ປິດການແຂ່ງຂັນກິລາຂໍ່ານັບຮັບຕ້ອນ 2 ວັນປະຫວັດສາດ


ໃນຕອນບ່ານຂອງວັນທີ 2 ທັນວາ 2020 ນີ້ຢູ່ເດີ່ນບານເຕະ ໂຮງຮຽນ ມສ ວຽງທອງ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ມີພິທີປິດການແຂ່ງຂັນກິລາຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ  ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີຄະນະຮັບຜິດຊອບ, ນັກກິລາ ແລະ ມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.


ການແຂ່ງຂັນກິລາໃນຄັ້ງນີ້ ມີ 2 ປະເພດ ຄື: ກິລາບານເຕະ ແລະ ເປຕັ່ງ. ກິລາບານເຕະ ມີທັງໝົດ 14 ທີມ ເລີ່ມແຂ່ງຂັນມາແຕ່ວັນທີ 25 ພະຈິກ 2020 ຈົນມາຮອດຕອນບ່າຍຂອງວັນທີ 2 ທັນວາ 2020 ນີ້ໄດ້ສໍາເລັດ ໂດຍຜົນການແຂ່ງຂັນ: ອັນດັບທີ 1 ໄດ້ແກ່ທີມ KK ໂມເຕີ ໄດ້ຮັບລາງວັນ ຂັນ 1 ໜ່ວຍ ພ້ອມ ເງິນສົດ 1.500.000 ກີບ, ອັນດັບທີ 2 ໄດ້ແກ່ທີມ ມສ ຈອມທອງ ໄດ້ຮັບລາງວັນ ເງິນສົດ 1.000.000 ກີບ, ອັນດັບທີ 3 ໄດ້ແກ່ທີມ ສະຕາບອຍ ໄດ້ຮັບລາງວັນ ເງິນສົດ 800.000 ກີບ, ອັນດັບທີ 4 ໄດ້ແກ່ທີມ ອີໂບລ່າ ໄດ້ຮັບລາງວັນ ເງິນສົດ 400.000 ກີບ.

           ປະເພດກິລາເປຕັ່ງ ມີ 53 ທີມ, ໃນນັ້ນ ທີມເພດຊາຍ 41 ທີມ, ທີມເພດຍິງ 12 ທີມ. ຜົນການແຂ່ງຂັນ: ເປຕັງຊາຍ ອັນດັບທີ 1 ໄດ້ແກ່ທີມ ບ້ານໃຫຍ່ນໍ້າຢ້າງ ໄດ້ຮັບລາງວັນ ຂັນ 1 ໜ່ວຍ ພ້ອມເງິນສົດ 700.000 ກີບ, ອັນດັບທີ 2 ໄດ້ແກ່ທີມກອງຮ້ອຍ 3ງ 617 ໄດ້ຮັບເງິນ 600.000 ກີບ, ອັນດັບທີ 3 ໄດ້ແກ່ທີມ ຫ້ອງການສຶກສາ-ກິລາເມືອງ ໄດ້ຮັບເງິນສົດ 500.000 ກີບ.

            ສ່ວນຜົນແຂ່ງຂັນເປຕັງຍິງ: ອັນດັບທີ 1 ໄດ້ແກ່ທີມ ຫ້ອງການການເງິນເມືອງ ໄດ້ຮັບລາງວັນ ຂັນ 1 ໜ່ວຍ ພ້ອມເງິນສົດ 700.000 ກີບ, ອັນດັບທີ 2 ໄດ້ແກ່ທີມ ມສ ວຽງທອງ ໄດ້ຮັບເງິນສົດ 600.000 ກີບ, ອັນດັບທີ 3 ໄດ້ແກ່ທີມ ກອງບັນຊາການທະຫານເມືອງ ໄດ້ຮັບເງິນສົດ 500.000 ກີບ.

About admin11