ເມືອງວຽງທອງ ປາຖະກະຖາ 2 ວັນປະຫວັດສາດ


ໃນຕອນເຊົ້າຂອງວັນທີ 1 ທັນວາ 2020 ການນໍາຂອງເມືອງວຽງທອງ, ແຂວງບໍລິຄໍາໄຊ ນໍາໂດຍທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະ ແລະ ພາກສ່ວນຕ່າງໆພາຍໃນເມືອງ ໄດ້ເຂົ້າວາງກະຕ່າດອກໄມ້ ແລະ ຈູດທູບຢູ່ຕໍ່ໜ້າອະນຸສາວະລີສະຖານປະທານໄກສອນ ພົມວິຫານ ຜູ້ນໍາແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ.

      ຈາກນັ້ນ ກໍ່ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020 ) ແລະ ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13 ທັນວາ 1920 – 13 ທັນວາ 2020 ) ຂຶ້ນຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງທ່ານ ວົງສີ ທອງສີອິນທິປັນຍາ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກພັກ, ພະນັກງານລັດຖະກອນ ເຂົ້າຮ່ວມຮັບຟັງ.


ທ່ານ ວົງສີ ທອງສີອິນທິປັນຍາ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວັນຊາດ ທີ 2 ທັນວາ ແລະ ວັນເກີດຂອງທ່ານປະທານໄກສອນ ພົມວິຫານ ເຊີ່ງເປັນວັນທີມີຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ ສະແດງໃຫ້ເຫັນມູນເຊື້ອອັນສະຫງ່າອົງອາດ ກ້າຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງເປັນ ສປປ ລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ເຊິ່ງໄດ້ກາຍເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ທາງປະຫວັດສາດຂອງຊາດລາວ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ເປັນວັນທີ່ປະເທດລາວໄດ້ມີເອກະລາດສົມບູນ ມີອະທິປະໄຕຢ່າງຄົບຖ້ວນ, ເຮັດໃຫ້ສະມາຄົມໂລກຮັບຮູ້ວ່າ ສປປ ລາວ ແມ່ນປະເທດໜຶ່ງ ທີ່ຄົງຕົວຢູ່ໃນລະບົບການພົວພັນສາກົນຢ່າງຖືກຕ້ອງ ແລະ ກ້າວເຂົ້າສູ່ການສ້າງປະເທດໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.

        ຈາກນັ້ນ ທ່ານ ກໍ່ໄດ້ເລົ່າເຖີງປະຫວັດຄວາມເປັນມາ ການເຄື່ອນໄຫວຂອງທ່ານປະທານໄກສອນ ພົມວິຫານ ໃນແຕ່ລະໄລຍະ ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ ເດັດດ່ຽວໜຽວແໜ້ນຂອງທ່ານ ຈົນກາຍເປັນນັກຮົບຜູ້ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນໍາຂອງພັກ-ລັດທີ່ມີຄວາມສາມາດ, ສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກໍາ, ເປັນນັກປຸກລະດົມຂົນຂວາຍ ເປັນແບບຢ່າງອັນແຈ້ງໃສ, ເປັນແກ່ນສານຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກ້ວາງຂວາງ, ເປັນຜູ້ນໍາບໍລິສຸດປອດໃສ, ເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງໃນການປະຕິບັດແນວທາງຢ່າງຖືກຕ້ອງ.

About admin11