ເມືອງວຽງທອງ ປາຖະກະຖາ ປີສາມັກຄີມິດຕະພາບລາວ – ຫວຽດນາມ

ໃນຕອນເຊົ້າຂອງວັນທີ 15 ກໍລະກົດ 2022 ຢູ່ຫ້ອງປະຊຸມຊັ້ນ III ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາປີສາມັກຄີມິດຕະພາບ ລາວ – ຫວຽດນາມ, ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ ( 18/7/1977 – 18/7/2022 ) ແລະ ວັນສ້າງຕັ້ງສາຍພົວພັນການທຸດລາວ – ຫວຽດນາມ ຄົບຮອບ 60 ປີ ( 5/9/1962 – 5/9/2022) ໂດຍເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ສົມໃຈ ຊົງລາວ່າງ ຮອງເລຂາພັກເມືອງ, ປະທານກວດກາພັກ – ລັດເມືອງ, ມີພະນັກງານຫຼັກແຫຼ່ງ, ພະນັກງານບໍລິສັດພັດທະນາເຂດພູດອຍ MOD ປະຈຳຢູ່ເມືອງວຽງທອງ ແລະ ນັກທຸລະກິດ ເຂົ້າຮ່ວມ.

ທ່ານ ສົມໃຈ ຊົງລາວ່າງ ໄດ້ຍົກໃຫ້ເຫັນມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມືສອງພັກ, ສອງລັດ ແລະປະຊາຊົນສອງຊາດ ພາຍໄຕ້ການນຳພາຂອງຜູ້ນຳສອງຊາດ ທີ່ມີຄວາມກ້າຫານ, ສະຫຼາດສ່ອງໃສ ເປັນຈິດໜື່ງໃຈດຽວກັນພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ.

ການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກເຊີ່ງຜູ້ນຳພັກ – ລັດ ແລະ ປະຊາຊົນ ສອງຊາດ ໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍີ່ງໃຫ່ຍ ແລະ ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະເໝີປາຍ ເປັນການຢັ້ງຢືນເຖີງຄວາມສາມັກຄີ ທີ່ເປັນມູນເຊື້ອນັ້ນ ທ່ານ ປະທານໂຮ່ຈີ່ມິນ ໄດ້ແຕ່ງບົດກອນວ່າ ” ຮັກແພງກັນໝາຍໝັ້ນ, ຫຼາຍສັນພູກໍ່ປີນໄຕ່, ຫຼາຍຫ້ວຍໃຫ່ຍ ແລະ ໂຄກນ້ອຍ ຂວາງຂັ້ນກໍ່ດູ່ງໄປ ສອງຊາດລາວ – ຫວຽດໄດ້ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າທັງແມ່ຂອງ ບໍ່ເລີກປຸນປານໄດ້ ”, ທ່ານ ສຸພານຸວົງ ກໍ່ໄດ້ມີຄຳເວົ້າທີວ່າ ” ສາຍພົວພັນມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນລາວ – ຫວຽດນາມ ແມ່ນຍີ່ງໃຫ່ຍມະຫາສານ ຊື່ງບໍ່ມີບົດເພງໃດ, ບົດກະວີໃດໆ ທີ່ວ່າມ່ວນທີ່ສຸດນັ້ນ ຈະພັນລະນາໃຫ້ໄດ້ໝົດ, ມິດຕະພາບດັ່ງກ່າວ ສູງຍີ່ງກວ່າພູເຂົາ, ຍາວຍີ່ງກວາ່ແມ່ນ້ຳ, ກວ່າທະເລຫຼວງ,ງາມຍີ່ງກວ່າເດືອນເພັງ, ຫອມຫວນຍີ່ງກວ່າດອກໄມ້ຊະນິດທີ່ຫອມທີສຸດ”,  ປະທານ ໄກສອນ ພົມວິຫານ ກໍ່ໄດ້ກ່າວໄວ້ວ່າ ” ເຖີງວ່າພູຈະຖືກເຊາະເຈື່ອນ, ແມ່ນ້ຳລຳເຊຈະບົກເຫຼືອດແຫ້ງ, ແຕ່ສາຍພົວພັນມິດຕະພາບລາວ – ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.

ການຫວນຄືນມູນເຊື້ອຄັ້ງນີ້ ກໍ່ເພື່ອເປັນການໂຄສະນາ, ສຶກສາອົບຮົມໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊີ່ງ, ໜັ້ກແໜ້ນ ພ້ອມທັງເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ – ລັດ ພ້ອມກັນສຶບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື່ອອັນດີງາມ ຂອງສອງຊາດໃຫ້ໝັ້ນຄົງຂະໜົງແກ່ນ ເຊີ່ງເປັນສີ່ງທີ່ສໍາຄັນທີ່ສຸດ ທີ່ພັກ – ລັດ ແລະ ປະຊາຊົນສອງຊາດ ຈະໄດ້ສຶບຕໍ່ໃນການພົວພັນຮ່ວມມືແລກປ່ຽນບົດຮຽນນຳກັນຢ່າງຮອບດ້ານ, ສ້າງຄວາມເຊື່ອໝັ້ນເຊີ່ງກັນ ແລະ ກັນ ແລະພ້ອມກັນປົກປັກຮັກສາ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.

About admins16