ເມືອງວຽງທອງ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ73 ປີ

    ໃນວັນທີ 28 ມັງກອນ 2022 ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949 – 20  ມັງກອນ 2022 )​ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມ ແລະປາຖະກະຖາຂອງສະຫາຍ​ ຄໍາມອນ​ ໄຊພົມມີ​ ຮອງເລຂາພັກເມືອງ, ມີຄະນະປະຈໍາ, ກຳມະການພັກເມືອງ, ຫົວໜ້າກອງບັນຊາການ ປກຊ – ປກສ ​ເມືອງ ພ້ອມ​ຄະນະ,​ ຫົວໜ້າຫ້ອງການ,​ ລັດວິສາຫະກິດ, ແລະ ພະນັກງານຫຼັກແຫຼ່ງເມືອງ ເຂົ້າຮ່ວມ.​

  ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮູ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາໂດຍກົງ.

ພາຍໃຕ້ການນຳພາຂອງພັກທີ່ສະຫຼາດສ່ອງໃສ ກອງທັບປະຊາຊົນລາວ ເວລາໃດກໍ່ໄດ້ນໍາໜ້າທຸກວຽກງານ, ​ເດັດດ່ຽວໜຽວແໜ້ນຜ່ານຜ່າອຸປະສັກ ສຳເລັດທຸກໜ້າທີ່ ຕີຊະນະສັດຕູທຸກໂຕ, ​ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ,​ ເປັນເຄື່ອງມືອັນແຫຼມຄົມຂອງພັກ, ​ເຮັດສຳເລັດພາລະກຳປະຫວັດສາດ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ,​ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ສະຖາປານາເປັນປະເທດສາທາລະນະລັດ ປະຊາທິປະໄຕ​ປະຊາຊົນລາວຂື້ນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ.​

            ພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍ ກອງທັບປະຊາຊົນລາວ ໄດ້ເຮັດໜ້າທີ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ ນຳພາຊາດລາວເຮັດສຳເລັດຫລາຍໜ້າທີ່ສຳຄັນ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ ຈົນເຮັດໃຫ້ຊາດລາວ ມີບົດບາດໃນເວທີການເມືອງ – ເສດຖະກິດ ໃນພາກພື້ນ ແລະ ສາກົນ.

 

About admin11