ເມືອງວຽງທອງ ຈັດພິທີສອບເສັງນັັກຮຽນເກັ່ງ ສົກປີ 2021-2022

      ຕອນເຊົ້າຂອງວັນທີ 25 ກຸມພາ 2022 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ສົກຮຽນ 2021-2022 ເພື່ອໄປເສັງຢູ່ຂັ້ນແຂວງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ບຸນຖອງ ວົງໄຊຍະລາດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄູ – ອາຈານ, ອະນຸກໍາມະການຮັບຜິດຊອບ ແລະ ນັກສອບເສັງ ເຂົ້າຮ່ວມ.

     ໃນພິທີ ມີນັກຮຽນເຂົ້າສອບເສັງ ຊັ້ນ ປ5 ທັງໝົດ 18 ນ້ອງ, ຍິງ 11 ນ້ອງ, ສອບເສັງ 3 ວິຊາຄື: ວິຊາພາສາລາວ, ຄະນິດສາດ, ໂລກອ້ອມຕົວ, ຊັ້ນ ມ4 ມີ 28 ນ້ອງ, ຍິງ 11 ນ້ອງ ແລະ ຊັ້ນ ມ7 ມີ 8 ນ້ອງ, ຍິງ 2 ນ້ອງ, ສອບເສັງ 4 ວິຊາ ຄື: ພາສາລາວ-ວັນນະຄະດີ, ເຄມີສາດ, ຄະນິດສາດ ແລະ ຟີຊິກສາດ.

ຜ່ານການສອບເສັງຕົວຈິງ ຊັ້ນ ປ.5 ວິຊາພາສາລາວ ທີ 1 ນາງ ນູຕ່າ ວົງພະຈັນ ໂຮງຮຽນ ປ.ສ ຜາທອງ, ທີ 2 ທ້າວ ເຄນໄມ ພາດມີໄຊ ປ.ສ ຈອມທອງ, ທີ 3 ນາງ ຕຸກຕາ ໄຊຍະວົງ ປ.ສ ນາດີ, ວິຊາຄະນິດສາດ ທີ 1 ນາງ ອານີ ໄຊຍະວົງ ປ.ສ ຜາທອງ, ທີ 2 ນາງ ທິນ ວົງພະຈັນ ປ.ສ ເມືອງມ່ວນ, ທີ 3 ທ້າວ ລ່າຮົ້ວຢ່າງ ປ.ສ ອຸດົມໄຊ, ວິຊາໂລກອ້ອມຕົວ ທີ 1 ນາງ ລັດສະຢາ ໂຮງຮຽນ ປ.ສ ເມືອງມ່ວນ, ທີ 2 ທ້າວ ເພັດສະຫວັນ ປ.ສ ໂພນດູ່, ທີ 3 ນາງ ວິໄລພອນ ຄຸນພະຈັນ ປ.ສ ຫີນໂງ່ນ.

ຊັ້ນ ມ.4: ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ໄມຄໍາ ວັນລະວົງ ມສ ຈອມທອງ, ທີ 2 ນາງ ອາມີງ ອິນຄໍາມະວົງ ມສ ວຽງທອງ, ທີ 3 ນາງ ຢີປຸ່ນ ຈັນທະວົງ ມຕ ຫ້ວຍຫອຍ, ຄະນິດສາດ ທີ 1 ທ້າວ ມົ້ງມົວ ມຕ ນາເພີນ, ທີ 2 ທ້າວ ຕົ່ງລໍ່ ມສ ຈອມທອງ, ທີ 3 ທ້າວ ຈາວື່ ຢົງເຢຍວື່ ມສ ວຽງທອງ, ວິຊາຟີຊິກສາດ ທີ 1 ທ້າວ ໂອທີ ຈັນທະວົງ ມຕ ຫ້ວຍຫອຍ, ທີ 2 ທ້າວ ເນັ້ງຢ່າງ ມຕ ນາເພີນ, ທີ 3 ທ້າວ ອາຫຼົງ ມສ ວຽງທອງ, ເຄມີສາດ ທີ 1 ນາງ ມະນີຊົ່ງ ມສ ວຽງທອງ, ທີ 2 ນາງ ເມັດມະນີ ມສ ຈອມທອງ, ທີ 3 ທ້າວ ເລັ່ງລໍ່ ມຕ ນາເພີນ.

ຊັ້ນ ມ.7: ພາສາລາວ-ວັນນະຄະດີ ທີ 1 ທ້າວ ໄມອ່ອນ ກອງມະນີ ມສ ຈອມທອງ, ທີ 2 ນາງ ໄມຍືນ ສີຍະພອນ ມສ ວຽງທອງ, ຄະນິດສາດ ທີ 1 ທ້າວ ຄໍາໄຊວື່ ຢີວື່ ມສ ວຽງທອງ, ທີ 2 ທ້າວ ຕົ່ງວ່າ ມສ ຈອມທອງ, ວິຊາຟີຊິກສາດ ທີ 1 ທ້າວ ເຍ່ຍຊົ່ງ ມສ ວຽງທອງ, ທີ 2 ທ້າວ ພາຊົ່ງ ມສ ຈອມທອງ, ວິຊາເຄມີສາດ ທີ 1 ທ້າວ ລີໃຈລໍ່ ມສ ວຽງທອງ, ທີ 2 ນາງ ແສງດາວັນ ມສ ຈອມທອງ.

ການເສັງຄັດເລືອກຄັ້ງນີ້ ຜູ້ໄດ້ອັນດັບ ທີ 1, 2, 3 ຊັ້ນ ປ5 ແລະ ຜູ້ໄດ້ ທີ 1 ຊັ້ນ ມ4, ມ7 ຂອງແຕ່ລະວິຊາ ແມ່ນຈະໄດ້ເປັນຕົວແທນໄປເສັງຢູ່ຂັ້ນແຂວງ.

 

About admin11