ເມືອງວຽງທອງ ຈັດພິທີປ່ອຍປາ ແລະ ເພີ່ມຄວາມອຸດົມສົມບູນທາງທຳມະຊາດ

ໃນວັນທີ່ 13 ກໍລະກົດ 2021 ຢູ່ວັງສະຫງວນ ຫ້ວຍເພີ້ ບ້ານ ນໍ້າຢ້າງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ແລະ ທັງເປັນວັນຄ້າຍວັນເກີດຂອງ ທ່ານ ສຸພານຸວົງ ຄົບຮອບ 112 ປີ ເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ, ທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານ, ທະຫານ-ຕໍາຫຼວດ, ນັກທຸລະກິດ ແລະ ປະຊາຊົນ ເຂົ້າຮ່ວມ.

ທ່ານ ອາລຸນສັກ ປະທໍາມະວົງ ກ່າວວ່າ: ການປ່ອຍປາຄັ້ງນີ້ ກໍ່ເພື່ອເປັນການຈັັດຕັ້ງຜັນຂະຫຍາຍກົດໝາຍ ວ່າດ້ວຍການປະມົງ ແລະ ກົດໝາຍ ວ່າດ້ວຍປ່າໄມ້ ວັນອະນຸລັກສັດນໍ້າ-ສັດປ່າ, ໃນການປ່ອຍສັດນໍ້າຄືນສູ່ທໍາມະຊາດ ເປັນຂອງປວງຊົນລາວຢ່າງແທ້ຈິງ ເຮັດໃຫ້ທຸກຄົນມີສ່ວນຮ່ວມຢ່າງກ້ວາງຂວາງ, ເວລາໃດກໍ່ຕາມ ພວກເຮົາທຸກຄົນຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາ ເພື່ອເປັນມູນລະດົກຕົກທອດເຖີງລູກຫຼານ, ເຮັດໃຫ້ສັດນໍ້າມີຄວາມອຸດົມສົມບູນ ຄຽງຄູ່ກັບຄວາມອຸດົມສົມບູນຂອງທຳມະຊາດ ສົມກັບບູຮານເພີ່ນວ່າ: ” ໃນນໍ້າມີປາໃນນາມີເຂົ້າ” ແລະ ໃຫ້ຄວາມອຸດົມສົມບູນຂອງທໍາມະຊາດຍືນຍົງຕະຫຼອດໄປ.

ປາທີ່ນໍາມາປ່ອຍໃນຄັ້ງນີ້ມີ 4 ຊະນິດ ຄື: ປານີນ, ປາປາກ, ປານວນຈັນ ແລະ ປາກີນຫຍ້າລວມທັງໝົດ 6.400 ກວ່າໂຕ ປ່ອຍລົງອ່າງຫ້ວຍເພີ້ ເຊິ່ງເປັນວັງສະຫງວນຂອງ ບ້ານ ນໍ້າຢ້າງ.

About admin11