ເມືອງວຽງທອງ ຈັດງານບູນກີນຈຽງ ປີ 2020

ໃນວັນທີ 9 ທັນວາ 2020 ພະນັກງານເຜົ່າມົ້ງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດງານບູນກີນຈຽງ (ນໍ່ເປ້ຈໍ່) ຊົນເຜົ່າມົ້ງຂື້ນ ທີ່ຄຸ້ມບ້ານຜາທອງ ໂດຍການເຂົ້າຮ່ວມພິທີຂອງທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງວຽງທອງ, ມີພະນັກງານເຜົ່າມົ້ງ, ອໍານາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ພໍ່ແມ່ປະຊາຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ທ່ານ ສົມໃຈ ຊົ່ງລາວ່າງ ຜູ້ຕາງໜ້າຈັດງານບູນກີນຈຽງ ໄດ້ໃຫ້ກຽດຂື້ນກ່າວເປີດງານ ແລະ ເລົ່າປະຫວັດຄວາມເປັນມາຂອງງານບູນກີນຈຽງເຜົ່າມົ້ງ ວ່າ: ຊົນເຜົ່າມົ້ງ ເປັນຊົນເຜົ່າໜື່ງໃນວົງຄະນາຍາດແຫ່ງຊາດລາວຈັດຢູ່ໃນມວດພາສາມົ້ງ-ອີວມຽນ ມີປະຫວັດຄວາມເປັນມາອັນຍາວນານຄ້າຍຄືກັບຊົນເຜົ່າອື່ນໆ, ຊົນເຜົ່າມົ້ງ ມີພາສາຂຽນເປັນເອກະລັກຂອງຕົນເອງ ສ່ວນພາສາປາກເວົ້າ ມີຄວາມແຕກຕ່າງກັນບາງເລັກໜ້ອຍ ແຕ່ສາມາດເຂົ້າໃຈເຊິ່ງກັນ ແລະ ກັນ, ມີເອກະລັກທາງດ້ານຮິດຄອງປະເພນີຄວາມເຊື່ອຖື, ວັດທະນາທຳຂອງຕົນເອງໄວ້ໃຫ້ແກ່ລຸ້ນລູກ-ລຸ້ນຫຼານ ຈົນເຖິງທຸກວັນນີ້ ເຊັ່ນ: ເຊື່ອຖືຜີເຮືອນ, ເຊື່ອຖືຜູ້ເປັນພໍ່, ເປັນແມ່ ແລະ ບັນພະບູລຸດ.

ທ່ານ ຍັງກ່າວອີກວ່າ ການຈັດງານບູນກີນຈຽງຂອງຊົນເຜົ່າມົ້ງ ຈຸດປະສົງ ກໍ່ເພື່ອເປັນການສະເຫຼີມສະຫຼອງຜົນງານການຜະລິດໃນຮອບປີ, ເປັນການຟື້ນຟູ, ເຜີຍແຜ່ຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຕົນ, ເປັນການສົມມາຄະລະວະຕໍ່ຜູ້ອາວຸໂສ, ເປັນພໍ່ເປັນແມ່ ແລະ ຜູ້ນຳພາໃນຕະກຸນ, ເປັນໂອກາດເຕົ້າໂຮມພໍ່ແມ່, ຍາດພີນ້ອງທັງໃກ້ ແລະ ໄກ ເພື່ອໄປ-ມາຢ້ຽມຢາມພົບປະສ້າງສັນຄວາມສາມັກຄີ ແລະ ຮູ້ບູນຄູນເຊີ່ງກັນ ແລະ ກັນ, ອີກຢ່າງໜື່ງ ເພື່ອເປັນການສ້າງໂອກາດໃຫ້ພໍ່ແມ່ໄດ້ເລືອກລູກໄພ້, ເລືອກລູກເຂີຍ ຫຼື ຊາຍໝຸ່ມ-ຍິງສາວໄດ້ເລືອກຄູ່ຊິວິດຂອງຕົນ ແລະ ເປັນການເອ້ຍ້ອງສະແດງສີລະປະວັນນະຄະດີຂອງຕົນໃຫ້ຊົນເຜົ່າອື່ນໄດ້ຮັບຮູ້.

ພາຍໃນງານ ຍັງໄດ້ຮັບຊົມການສະແດງສີນລະປະການຟ້ອນ – ຮ້ອງເພງຂອງຊົນເຜົ່າມົ້ງຢ່າງມ່ວນຊື່ນ.

About admin11