ເມືອງວຽງທອງ ຈັດກິດຈະກໍາ ສັກຢາປ້ອງກັນພະຍາດສັດ


ເພື່ອເປັນການຊົມເຊີຍ ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ຂອງທຸກໆ ປີ ທີ່ໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ ໃນຕອນເຊົ້າວັນທີ 18 ພະຈິກ 2020 ຫ້ອງການກະສິກໍາ-ປ່າໄມ້ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດສັກຢາປ້ອງກັນພະຍາດສັດລ້ຽງປະຈໍາປີຂື້ນຢູ່ທີ່ຄັງລ້ຽງງົວ ທ່ານ ບົວພາ ໄຊຍະແພງ ທີ່ບ້ານໂພນດູ່ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຊາຍຄໍາ ກຸນນະວົງ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງ, ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງ, ມີບັນດາຫ້ອງການ, ນາຍບ້ານ, ພະນັກງານວິຊາການສັດຕະວະແພດບ້ານ ແລະ ພໍ່ແມ່, ປະຊາຊົນ ເຂົ້າຮ່ວມ.


ທ່ານ ຊາຍຄໍາ ກຸນນະວົງ ໄດ້ກ່າວວ່າ: ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ ວັນທີ 11 ພະຈິກ ເປັນວັນໜື່ງ ທີ່ພັກ-ລັດ ໄດ້ໃຫ້ຄວາມສໍາຄັນ ເຊີ່ງກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດສະບັບປັບປຸງໃໝ່ ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016 ມາດຕາ 111 ວ່າດ້ວຍການສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດໄດ້ກໍານົດເອົາວັນທີ 11 ພະຈິກ ຂອງທຸກໆປີ ເປັນວັນສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດ, ທ່ານ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງຊາວກະສິກອນ ຜູ້ທີ່ລ້ຽງສັດຕ້ອງໄດ້ຮູ້ຈັກໝູນໃຊ້ວິຊາການເຂົ້າຊ່ວຍ ເພື່ອປ້ອງກັນບໍ່ໃຫ້ສັດລ້ຽງຕາຍ, ຈໍາເປັນຕ້ອງມີການສັກຢາປ້ອງກັນ, ໂອກາດນີ້ ທ່ານ ໄດ້ເຊີນຊວນພໍ່ແມ່, ປະຊາຊົນຜູ້ລ້ຽງສັດໃຫ້ຕຶ່ນຕົວນໍາເອົາສັດລ້ຽງຂອງຕົນເອງມາສັກຢາປ້ອງກັນພະຍາດໃຫ້ຄົບ.

          ຈາກນັ້ນ ທິມງານສັດຕະວະແພດຂອງຫ້ອງການ ກໍ່ໄດ້ລົງມືປະຕິບັດຕົວຈິງ ດ້ວຍບັນຍາກາດຄຶກຄຶ້ນ.

About admin11