ເມືອງວຽງທອງ ຈັດກອງປະຊຸມວຽກງານປົກຄອງ ປະຈຳປີ

   ໃນວັນທີ 16 ກຸມພາ 2022 ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມວຽກງານປົກຄອງເມືອງຂື້ນ ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ພັອ ຄຳແພນ ວີລື້ທຳ ເຈົ້າເມືອງ ວຽງທອງ, ມີຄະນະປະຈຳ ພັກເມືອງ, ກຳມະການພັກເມືອງ, ບັນດາຫົວໜ້າຫ້ອງການ ເຂົ້າຮ່ວມ.

     ກອງປະຊຸມ ໄດ້ຜ່ານບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານປົກຄອງໄລຍະ 1 ປີຜ່ານມາ ວ່າ:  ຄະນະນຳແຕ່ລະພາກສ່ວນ ໄດ້ນຳພາ ຊີ້ນຳບັນດາກົມກອງ, ຫ້ອງການ ແລະ ລັດວິສະຫະກິດ ເຄື່ອນໄຫວໂຄສະນາສຶກສາອົບຮົມການເມືອງແນວຄິດ, ເຊື່ອມຊື່ມນິຕິກຳຕ່າງໆໃຫ້ສະມາຊິກພັກ, ພະນັກງານ, ພໍ່, ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລີກເຊີ່ງ.

ປັບປຸງກົງຈັກການຈັດຕັ້ງບ້ານໄດ້ 6 ບ້ານ, ປະກາດບ້ານໜັກແໜ້ນເຂັ້ມແຂງໄດ້ 6 ບ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 2 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ 4 ບ້ານ, ຊຸກຍູ້ການປູກພຶດເປັນສີນຄ້າໄດ້ 2.360 ເຮັກຕ່າ ເດັ່ນກ່ວາໝູ່ແມ່ນປູກມັນຕົ້ນເນື້ອທີ 1.525 ເຮັກຕ່າ, ປະກາດບ້ານສາທາລະນາສຸກໃໝ່ໄດ້ 5 ບ້ານ, ສັກຢາປ້ອງກັນໂຄວິດ-19 ຄົບໂດສ 45%, ປະກາດຮັບຮອງບ້ານວັດທະນາທຳໄດ້ 4 ບ້ານ ແລະ ວຽກງານອື່ນໆກໍ່ໄດ້ມີການເຄື່ອນໄຫວຢ່າງມີຜົນສໍາເລັດ.

ຈາກນັ້ນ, ກໍ່ໄດ້ຜ່ານທິດທາງແຜນການສືບຕໍ່ໃນປີ 2022 ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນຂື້ນມີຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນ ການຢ່າງກົງໄປກົງມ າແລະ ມີຄວາມຮັບຜິດຊອບສຸງ ເພື່ອຄວາມເປັນເອກະພາບ ແລ້ວນຳເອົາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງສຸດ.

 

About admin11