ເມືອງວຽງທອງລະນຶກ 2 ວັນປະຫວັດສາດ 13 ສິງຫາ ຄົບຮອບ 70 ປີ


ໃນວັນທີ 13 ສິງຫາ 2020 ຢູ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີລະນຶກວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນລາວ-ວັນພີມຈໍາໜ່າຍ ຄົບຮອບ 70 ປີ ( 13 ສິງຫາ1950 –13 ສິງຫາ 2020 ) ໂດຍເປັນກຽດເຂົ້າຮ່ວມເຜີຍແຜ່ຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີບັນດາຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານລັດຖະກອນ ເຂົ້າຮ່ວມຮັບຟັງ.


ທ່ານ ຮອງເລຂາພັກເມືອງ ໄດ້ຫວນຄືນມູນເຊື້ອຄວາມເປັນມາຂອງ 2 ວັນ ເຊີ່ງໄດ້ຍົກໃຫ້ເຫັນການກໍາເນີດເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ວ່າ: ໄລຍະການຕໍ່ສູ້ກູ້ຊາດ, ໄລຍະການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ອົງການແນວລາວ ໄດ້ເຮັດໜ້າທີ່ຕາມພາລະບົດບາດຂອງຕົນ ໃນການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນລາວທັງຊາດ, ປຸກລະດົມຂົນຂວາຍ ໃຫ້ຄົນລາວ ຮູ້ຮັກຊາດ ຮັກຜືນແຜ່ນດິນອັນຄົບຖ້ວນຂອງຕົນ ເພື່ອພ້ອມກັນປົກປັກຮັກສາຄວາມເປັນເອກະລາດ ອະທິປະໄຕ ແລະ ພັດທະນາໃຫ້ຊາດມີຄວາມຈະເລີນຮຸ່ງເຮືອງ ສີວິໄລ ປະຊາຊົນມີຄວາມຜາສຸກ ສັງຄົມມີຄວາມຍຸຕິທຳ.

ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານສື່ມວນຊົນ ແລະ ຄວາມເປັນມາຂອງວຽກງານພິມຈຳໜ່າຍ ເຊິ່ງຍາມໃດ ກໍ່ໄດ້ເປັນກະບອກສຽງທາງດ້ານການເມືອງທີ່ສຳຄັນ ໃຫ້ແກ່ວຽກງານຂອງພັກ ມັນເປັນວຽກງານທີ່ມີບົດບາດສູງສົ່ງຫລາຍ ບໍ່ວ່າຈະເປັນໄລຍະແຫ່ງການຕໍ່ສູ້ກູຊາດ ກໍ່ຄືໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ວຽກງານສື່ ກໍໄດ້ເປັນເຄື່ອງມື ໃນການໂຄສະນາແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ພ້ອມນັ້ນ ກໍເປັນເຄື່ອງມື ໃນການຕອງຕ້ານທຸກຖ້ອຍທຳນອງບິດເບືອນຂອງກຸ່ມຄົນບໍ່ຫວັງດີ ຕໍ່ລະບອບການປົກຄອງຂອງພັກເຮົາ ຈົນເຮັດໃຫ້ປະຊາຊົນ ໄດ້ມີຄວາມເຊື່ອໝັ້ນຢ່າງຕາຍໃຈນຳລະບອບການປົກຄອງຂອງພັກເຮົາ ແລະ ຮ່ວມຈິດຮ່ວມໃຈສ້າງສາພັດທະນາປະເທດຊາດໄປພ້ອມໆກັນ.

ຈຸດປະສົງໃນການເລົ່າມູນເຊື້ອຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ, ສະມາຊິກພັກ, ພະນັກ ງານລັດຖະກອນຮັບຮູ້ ແລະ ເຂົ້າໃຈເຖີງປະຫວັດມູນເຊື້ອຄວາມເປັນມາ ຂອງ 2 ວັນສຳຄັນທາງປະຫວັດສາດຂອງຊາດເຮົາ ເພື່ອຈະໄດ້ຮຽນຮູ້ເປັນບົດຮຽນ ແລະ ພ້ອມກັນປະກອບສ່ວນເຂົ້າໃນວຽກງານຂອງຕົນເອງ.

ຕອນທ້າຍໄດ້ມີການມອບຫຼຽນກາລະນຶກ 70 ປີ ຂອງອົງການແນວລາວສ້າງຊາດໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນເຄື່ອນໄຫວວຽກງານແນວລາວສ້າງຊາດໃນໄລຍະຜ່ານມາ ຢ່າງສົມກຽດ.

About admin11