ເມືອງປາກຊັນ ຮັບຟັງການເຜີຍແຜ່ລະບຽບດ້ານຄວາມປອດໄພທາງຫຼວງ

ໃນວັນທີ 28 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ສົບທົບກັບກອງໂຄສະນາພະແນກຕຳຫຼວດຈະລາຈອນ ປກສ ແຂວງ ແລະ ອົງການກາແດງແຂວງບໍລິຄຳໄຊ ສືບຕໍ່ເຄື່ອນໄຫວການເຜີຍແຜ່ປູກຈຶດສຳນຶກດ້ານຄວາມປອດໄພທາງຫຼວງ ໂດຍການນຳພາຂອງທ່ານ ບຸນທຳ ຄຳມະວົງ ຫົວໜ້າຂະແໜງຂົນສົ່ງ, ພະແນກໂຍທາງທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ທີມງານ, ມີບັນດາຄະນະຫ້ອງການອ້ອມຂ້າງເມືອງ, ທະຫານ, ຕຳຫຼວດ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້້າຮ່ວມຮັບຟັງ.

ການເຜີຍແຜ່ກ່ຽວກັບການຂັບຂີ່, ການສັນຈອນ ດ້ານຄວາມປອດໄພທາງຫຼວງ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມຮັບຟັງ ແລະ ບັນດາຜູ້ທີ່ໃຊ້ລົດໃຊ້ຖະໜົນ-ຫົນທາງ ໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການຈັດຕັ້ງປະຕິບັດລະບຽບຈະລາຈອນຢ່າງຖືກຕ້ອງ ເພື່ອຫຼີກລ້ຽງ ແລະ ຫຼຸດຜ່ອນການເກີດອຸດບັດຕິເຫດຢູ່ຕາມທ້ອງຖະໜົນ-ຫົນທາງ ຢູ່ພາຍໃນແຂວງ ກໍ່ຄື ຢູພາຍໃນເມືອງປາກຊັນ ນັ້ນ ໃຫ້ລຸດໜ້ອຍລົງ ເຊິ່ງຄະນະຮັບຜິດຊອບຂະແໜງການກ່ຽວຂ້ອງ ກໍ່ຄື ທີມງານໄດ້ນຳເອົາກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕື່ອນຕ່າງໆ ແລະ ການຂັບຂີ່ລົດແຕ່ລະປະເພດ ລວມໄປເຖີງການຍ່າງຕາມຖະໜົນ-ຫົນທາງ, ພ້ອມທັງເຜີຍແຜ່ກົດໝາຍການຈະລາຈອນທາງບົກ, ການປົກປັກຮັກສາທາງຫຼວງ ແລະ ການປັບໃໝຕໍ່ຜູ້ລະເມີດກົດລະບຽບຈະລາຈອນທາງບົກ, ໜ້າທີ່ ແລະ ຂໍ້ຫ້າມສຳລັບຜູ້ຂັບຂີ່, ຄວາມສ່ຽງໃນການຍ່າງ ຫຼື ຍ່າງຕາມເສັ້ນທາງໃຫ້ມີຄວາມປອດໄພ, ເຊິ່ງໄດ້ຍົກໃຫ້ເຫັນສາເຫດການເກີດອຸດບັນຕິເຫດຢູ່ຕາມເສັ້ນທາງອື່ນໆ ແລະ ຍັງໄດ້ຍົກໃຫ້ເຫັນສະພາບປະກົດການຫຍໍ້ທໍ້ຕ່າງໆ ທີ່ເປັນໄພອັນຕະລາຍ ເຖີງແກ່ຊີວິດ ແລະ ຊັບສິນ ຕໍ່ທຸກຄົນທີ່ດຳລົງຊີວິດໃນສັງຄົມ ເຊັ່ນ : ການມົ້ວສຸ້ມສິ່ງເສບຕິດ, ການດຶ່ມສິ່ງມຶ່ນເມົາ, ການຂັບຂີ່ດ້ວຍຄວາມໄວເກີດຂອບເຂດ, ການຂາດສະຕິລະເມີດລະບຽບ ແລະ ອື່ນໆ.

About admins16