ເມືອງປາກຊັນ ສໍາເລັດການແນະນຳການນຳໃຊ້ ປຶ້ມແບບຮຽນ ແລະ ຄູ່ມື ວິຊາຄະນິດສາດ ຊັ້ນປະຖົມປີທີ 4 ສະບັບປັບປຸງໃໝ່

ໃນລະຫວ່າງວັນທີ 21-22 ເມສາ 2022 ທີ່ຜ່ານມານີ້ ຢູ່ທີ່ສະໂມສອນ ໂຮງຮຽນມັດທະຍົມຕອນຕົ້ນໂພສີເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຝຶກອົບຮົມການແນະນຳການນຳໃຊ້ປຶ້ມແບບຮຽນ ແລະ ຄູ່ມື ວິຊາຄະນິດສາດຊັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ໃຫ້ແກ່ຄູສອນຂັ້ນ ປ4 ທົ່ວເມືອງປາກຊັນ ພາຍໃຕ້ການເປັນປະທານຂອງທ່ານ ສີທາ ແກ້ວດາລາວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທ່ານ ບຸນຖອງ ພົມມະສານ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ມີຄູຝຶກຈາກວິທະຍາໄລສ້າງຄູດົງຄໍາຊ້າງ, ທິມງານຄູຝຶກຂັ້ນແຂວງ, ຄະນະຮັບຜິດຊອບກອງປະຊຸມ ແລະ ຄູສອນຊັ້ນນ ປ4 ທັງພາກລັດ ແລະ ເອກະຊົນທົ່ວເມືອງປາກຊັນເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ນັກສຳມະນາກອນຈະໄດ້ຮຽນຮູ້ການນຳໃຊ້ປຶ້ມແບບຮຽນ ແລະຄູ່ມື ວິຊາຄະນິດສາດ ຂັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ສໍາລັບຄູສອນຂັ້ນ ປ4 ເຊັ່ນ: ຈຳນວນ ແລະ ການຄຳນວນ, ປະລິມານ ແລະ ການວັດແທກ, ຮູບເລຂາຄະນິດ, ການພົວພັນທາງຄະນິດສາດ ໂດຍຈະເປັນເອກະພາບກັນ, ສາມາດນໍາໃຊ້ປຶ້ມຄູ່ມື ແລະ ປຶ້ມແບບຮຽນ ວິຊາວິຊາຄະນິດສາດ ເຂົ້າໃນການສອນ, ແຕ່ງບົດສອນ ແລະ ວິທີຈັດຕັ້ງປະຕິບັດໃນເວລາສິດສອນຕົວຈິງຢູ່ໃນໂຮງຮຽນ.

ເນື່ອງໃນໂອກາດກອງປະຊຸມດັ່ງກ່າວ ທ່ານ ສີທາ ແກ້ວດາລາວົງ ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບກອງປະຊຸມ, ກໍ່ຄືຂັ້ນເທິງທີ່ເຫັນໄດ້ຄວາມສໍາຄັນຕໍ່ວຽກງານການສຶກສາ ໃນການພັດທະນາບຸກຄະລາກອນຂອງຂະແໜງການສຶກສາ ແລະ ກິລາແຂວງບໍລິຄໍາໄຊ, ພ້ອມດຽວກັນນີ້ ທ່ານຍັງໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນ ແມ່ນໃຫ້ນັກສຳມະນາກອນທຸກທ່ານຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄວ້າ, ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໂດຍສະເພາະການຮຽນຮູ້ການນຳໃຊ້ປຶ້ມແບບຮຽນ ແລະຄູ່ມື ວິຊາຄະນິດສາດ ຊັ້ນປະຖົມປີທີ 4 ສະບັບປັບປຸງໃໝ່ນີ້, ພາຍຫຼັງສຳເລັດການຝຶກອົບຮົມແລ້ວສຳມະກອນທຸກຄົນ ຈົ່ງໄດ້ພ້ອມກັນນຳເອົາເນື້ອໃນຈິດໃຈກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ເພື່ອປະກອບເຂົ້າໃນໜ້າທີ່ວຽກງານຂອງຕົນທີ່ຮັບຜິດຊອບໃຫ້ມີບົດບາດອັນໃໝ່ຢ່າງມີປະສິດທິພາບດີຂື້ນເທື່ອລະກ້າວ.

About admins16