ເມືອງປາກຊັນ ສ້າງຂະບວນການແຂ່ງຂັນ ກິລາ ຕ້ອນຮັບ ວັນຄູແຫ່ງຊາດ 7 ຕຸລາ

 

ເພື່ອເປັນການສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ໃຫ້ມີຄວາມໝາຍຄວາມສຳຄັນ ຢ່າງເປັນຂະບວນການຟົດຟື້ນ ໃນວັນທີ 1 ຕຸລາ 2019 ນີ້ ຢູ່ທີ່ເດີນບານເຕະ ໂຮງຮຽນ ມໍຕົ້ນໂພສີ ເມືອງປາກຊັນ ໄດ້ຈັດກິດຈະກຳ ສ້າງຂະບວນການແຂ່ງຂັນກິລາແຂ່ງຂັນກິລາບານເຕະ 11 ຄົນ ຊີງຂັນຂອງທ່ານ ເຈົ້າເມືອງປາກຊັນ ໂດຍມີການນຳຂອງເມືອງ, ພະນັກງານ, ທະຫານ, ຕະຫຼວດ ແລະ ອົງການຈັດຕັ້ງຂົງເຂດຕ່າງໆອ້ອມຂ້າງເມືອງ ພ້ອມດ້ວຍນັກກິລາເຂົ້າຮ່ວມ.

ສຳລັບການແຂ່ງຂັນກິລາບານເຕະເຊິ່ງມີທີິມເຂົ້າຮ່ວມແຂ່ງຂັນທັງໝົດ 8 ທີມ ແບ່ງເປັນ 2 ສາຍ, ສາຍລະ 4 ທີມ, ປະກອບຄື : ສາຍ ກໍ : ຂົງເຂດ ປກຊ-ປກສ, ຫ້ອງການ ຊນສ, ແຜນການ-ການຄ້າ ແລະ ທີມສຶກສາ-ສາທາ-ຕຸລາການ, ສາຍ ຂໍ : ຫ້ອງວ່າການປົກຄອງເມືອງ, ອພບຕ, ຫ້ອງການ-ການເງິນ ແລະ ອົງການຈັດຕັ້ງມະຫາຊົນ ການແຂ່ງຂັນຮອບຄັດເລືອກຂອງແຕ່ລະສາຍແມ່ນແຂ່ງຂັນແບບນ໋ອກເອົ້າ ທີມທີ່ເສຍເແມ່ນຕົກຮອບເລີຍ ຄັດເລືອກເອົາທີມທີ 1 ແລະ ທີ 2 ຂອງແຕ່ລະສາຍເຂົ້າຮອບ 4 ທີມ ຜ່ານການແຂ່ງຂັນສາມາດສະຫຼຸບໄດ້ດັ່ງນີ້ : ຊະນະເລີດທີ 1 ໄດ້ແກ່ ທີມບານເຕະຫ້ອງວ່າການປົກຄອງເມືອງປາກຊັນ ຄອງຂັນທີລະນຶກ 1 ໜ່ວຍ ເງິນລາງວັນ ຈຳນວນ 5 ແສນ ກີບ, ລາງວັນທີ 2 ໄດ້ແກ່ທີມບານເຕະຂົງເຂດສຶກສາ-ສາທາ-ຕຸລາການ ໄດ້ຮັບລາງວັນ ຈໍານວນ 3 ແສນກີບ ແລະ ລາງວັນທີ 3 ຮ່ວມ ໄດ້ແກ່ທີມຫ້ອງການ-ການເງິນ ແລະ ທີມບານເຕະຂົງເຂດປກຊ-ປກສ ເມືອງປາກຊັນ ໃຫ້ກຽດມອບຂອງຂວັນລາງວັນໂດຍທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ.

About admin12