ເມືອງປາກຊັນ ສົມທົບທຶນກໍ່ສ້າງເສັ້ນທາງປູເບຕົງ ເຂົ້້າຫາວັດດານສູງ ມູນຄ່າ 20 ກ່ວາລ້ານກີບ

ໃນວັນທີ 11 ພະຈິກ 2022 ຜ່ານມານີ້ ຢູ່ອາຣາມວັດບ້ານທົ່ງນ້ອຍ, ເມືອງປາກຊັນ ໄດ້ນຳເອົາປູນຊີມັງ ຈຳນວນ 15 ໂຕນ ມູນຄ່າ 17.100.000 ກີບ ແລະ ເງິນສົດ 3.000.000 ກີບ ມອບໃຫ້ແກ່ບ້ານທົ່ງນ້ອຍ, ເມືອງປາກຊັນ, ແຂວງບໍລິຄຳໄຊ ໃນການກໍ່ສ້າງເສັ້ນທາງປູເບຕົງ ເຂົ້າຫາວັນດານສູງ ວະນາຣາມ, ໃຫ້ກຽດມອບໂດຍທ່ານ ວົງສີ ທອງສີອິນທິປັນຍາ ເຈົ້າເມືອງປາກຊັນ ແລະ ກ່າວຮັບໂດຍທ່ານ ອຸໄລ ແກ້ວວົງວິຈິດ ນາຍບ້ານທົ່ງນ້ອຍ ໂດຍມີຄະນະພັກຄະນະປົກຄອງເມືອງປາກຊັນ, ເຖົ້າແກ່ແນວໂຮມ ແລະ ອົງການຈັດຕັ້ງຂອງບ້ານທົ່ງນ້ອຍ ເຂົ້້າຮ່ວມ.

ທ່ານ ອຸໄລ ແກ້ວວົງວິຈິດ ນາຍບ້ານທົ່ງນ້ອຍ ລາຍງານວ່າ: ແຕ່ເສັ້ນທາງ 4B ເຂົ້້າຫາວັດດານສູງ ວະນາຣາມ ມີຄວາມຍາວ 995 ແມັດ, ໜ້າທາງກ້ວາງ 6 ແມັດ, ມີຄວາມໜາ 15 ຊັງຕີແມັດ ເຊິ່ງມີແຜນມູນຄ່າການກໍ່ສ້າງຂອງເສັ້ນທາງດັ່ງກ່າວ ປະມານ 400 ກວ່າລ້ານກີບ, ດ້ວຍການສົມທົບທຶນປະກອບສ່ວນຂອງບ້ານ ຮ່ວມກັບປັດໃຈສັດທາຂອງວັດດານສູງ ວະນາຣາມ ແລະ ພາກສ່ວນຕ່າງໆ ທີ່ໃຫ້ການສົມທົບຊ່ວຍເຫຼືອ, ສ່ວນແຮງງານ ແມ່ນການເຕົ້້າໂຮມຄວາມສາມະຄີຂອງພໍ່ແມ່ປະຊາຊົນພາຍໃນບ້ານ.

ອົງການຈັດຕັ້ງທຸກພາກສ່ວນພາຍໃນບ້ານ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ, ບໍລິສັດ, ລັດວິສາຫະກິດ ພະແນກການ, ກົມກອງ, ນັກທຸລະກິດ, ຫ້າງຮ້ານທຸກພາກສ່ວນທົ່ວໃນສັງຄົມ ເພື່ອຂໍການສະໜັບສະໜູນປະກອບສ່ວນສົມທົບທຶນໃຫ້ການຊ່ວຍເຫຼືອປະກອບສ່ວນຮ່ວມກັນ, ໃນການກໍ່ສ້າງເສັ້ນທາງເບຕົງເຂົ້້າຫາວັດດານສູງ ເຊິ່ງທ່ານສາມາດພົວພັນໂດຍກົງກັບຄະນະຮັບຜິດຊອບຂັ້ນ.

About admins16