ເມືອງປາກຊັນ ສະຫລຸບຕີລາຄາບົດຮຽນ ການປະກາດຮັບຮອງເປັນເມືອງສາມັກຄີປອງດອງ

ໃນວັນທີ 13 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັນການຈັດພິທີປະກາດເມືອງປາກຊັນ ເປັນເມືອງສາມັກຄີປອງດອງຂອງອົງການແນວລາວສ້າງຊາດ ທີ່ໄດ້ຈັດໃນວັນທີ 21 ສິງຫາ 2020 ທີ່ຜ່ານມາ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານປົກຄອງປະຈຳເດືອນກັນຍາ ແລະ ທິດທາງແຜນການເດືອນຕຸລາ 2020 ໂດຍເປັນກຽດເຂົ້້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ, ທ່ານ ໄມຈອມ ວັນນະສານຄຳ ເຈົ້້າເມືອງປາກຊັນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ປກສ-ປກຊ ແລະ ພ້ອມດ້ວຍນາຍບ້ານ 54 ບ້ານທົ່ວເມືອງປາກຊັນ ເຂົ້້າຮ່ວມ.

ໃນກອງປະຊຸມ ທ່ານ ມະນີວົງ ຈັນທະວົງສາ ຫົວໜ້າຄະນະຈັດຕັ້ງເມືອງປາກຊັນ ໄດ້ຂຶ້ນຜ່ານບົດສະຫຼຸບ ກ່ຽວກັບການຈັດພິທີປະກາດຮັບຮອງເມືອງປາກຊັນ ເປັນເມືອງສາມັກຄີປອງດອງ ວ່າ: ພາຍຫລັງທີ່ເມືອງປາກຊັນ ໄດ້ສຳເລັດການປະກາດຮັບຮອງເອົາ 54 ບ້ານຂອງເມືອງປາກຊັນ ເປັນບ້ານສາມັກຄີປອງດອງແລ້ວ ຄະນະນຳຂັ້ນເມືອງ ກໍ່ໄດ້ຫ້າງຫາກະກຽມຄວາມພ້ອມ ເພື່ອປະກາດເມືອງປາກຊັນເປັນເມືອງສາມັກຄີປອງດອງ ໂດຍອີງຕາມຄຳແນະນຳຂອງຄະນະປະຈຳສູນກາງແນວລາວສ້າງຊາດ ສະບັບເລກທີ 033/ຄປຈ, ສນຊ, ລົງວັນທີ 19 ເມສາ 2017 ວ່າດ້ວຍການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເຊິ່ງເມືອງປາກຊັນສາມາດຈັດຕັ້ງປະຕິບັດ ແລະ ດຳເນີນພິທີດັ່ງກ່າວ ດ້ວຍຜົນສຳເລັດອັນຈົບງາມ ເຊັ່ນ: ການກະກຽມດ້ານເນື້ອໃນ, ວຽກງານຂະບວນການ, ສະຖານທີ່, ການປະດັບປະດາ-ເອ້ຢ້ອງ, ການຕ້ອນຮັບແຂກຜູ້ແທນ, ວຽກງານແສງ, ສີ, ສຽງ, ການວາງສະແດງສິນຄ້າ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຍ້ອງຍໍ – ຂອງຂວັນທີ່ລະນຶກ ເຫັນວ່າປະຕິບັດໄດ້ດີຫລາຍ ເຊິ່ງໄດ້ກາຍເປັນໝາກຜົນໃບໜ້າໃໝ່ຂອງປວງຊົນ ຊາວເມືອງປາກຊັນຢ່າງມີກຽດ.

ກອງປະຊຸມ ຍັງໄດ້ປະກອບຄຳຄິດ, ຄຳເຫັນ ແລກປ່ຽນ ຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານການປົກຄອງປະຈຳເດືອນກັນຍາ ແລະ ທິດທາງແຜນການເດືອນຕຸລາ ເຊິ່ງໃນໄລຍະ 1 ເດືອນຜ່ານມາ ເມືອງປາກຊັນ ທຸກຂົງເຂດວຽກງານ ແມ່ນໄດ້ເອົາໃຈໃສຕິດຕາມ, ກວດກາ ແລະ ໃຫ້ການຊ່ວຍເຫຼືອແກ່ຄອບຄົວທຸກຍາກ-ອະນາຖາພາຍໃນເມືອງ ແລະ ຕິດຕາມການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມການລະບາດພະຍາດໂຄວິດ 19. ທົ່ວເມືອງສືບຕໍ່ມີຄວາມສະຫງົບດ້ານການເມືອງໂດຍພື້ນຖານ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງ, ເສດຖະກິດຂະຫຍາຕົວຢ່າງຕໍ່ເນື່ອງ, ປະຊາຊົນເອົາໃຈໃສ່ເກັບກ່ຽວຜົນຜະລິດເຂົ້ານາປີ ແລະ ປູກພືດຕາມລະດູການຢ່າງເປັນຂະບວນກ້ວາງຂວາງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ.

About admins16