ເມືອງປາກຊັນ ລະນຶກວັນຄູແຫ່ງຊາດ ຄົບຮອບ 26 ປີ

ໃນຕອນເຊົ້າຂອງວັນທີ 5 ຕຸລາ 2020 ຢູ່ສະໂມສອນປົກຄອງເມືອງປາກຊັນ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຈັດພິທີປາຖະກະຖາເລົ່າຫວນຄືນມູນເຊື້ອວັນຄູແຫ່ງຊາດ ຄົບຮອບ 26 ປີ  ( 7 ຕຸລາ 1994 – 7 ຕຸລາ 2020 ) ເປັນກຽດຫວນຄືນ ປະຫວັດຄວາມເປັນມາຂອງວັນດັ່ງກ່າວໂດຍທ່ານ ໄມຈອມ ວັນນະສານຄຳ ເຈົ້າເມືອງປາກຊັນ, ມີບັນດາຄະນະປະຈໍາ, ກໍຳມະການພັກເມືອງ, ແຂກຖືກເຊີນ, ຫົວໜ້າຫ້ອງການ, ອຳນວຍການໂຮງຮຽນ, ພະນັກງານຄູອາຈານ ຊັ້ນປະຖົມ, ມັດທະຍົມ ອ້ອມຂ້າງພາຍໃນເມືອງພ້ອມດ້ວຍນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ທ່ານເຈົ້າເມືອງ ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນຄູ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊາດລາວ 7 ຕຸລາ ເປັນວັນຄູແຫ່ງຊາດ ທີ່ຄູທຸກໆຄົນເອກອ້າງທະນົງໃຈ ຄູໄດ້ມີບົດບາດປະກອບສ່ວນອັນສໍາຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້ ຄຳວ່າ “ຄູ” ແມ່ນຄໍາເວົ້າທີ່ສືບທອດກັນຫຼາຍເຊັ່ນຄົນມາແລ້ວ. “ຄູ” ໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ເຊິ່ງຜູ້ນັ້ນສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການນັ້ນໄປສູ່ຜູ້ອື່ນໆ, ຮູບການຖ່າຍທອດຄວາມຮູ້ຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອີ້ນວ່າ: “ການສອນ ແລະ ການຮຽນ” ສຳລັບປະເທດລາວເຮົາ ເມື່ອເວົ້າເຖິງການສອນ-ການຮຽນ ຫຼື ເວົ້າລວມແມ່ນການສຶກສາ ຖ້າຈະປຽບທຽບບາດກ້າວເລີ່ມຕົ້ນຂອງພວກເຮົາ ກັບການຂະຫຍາຍຕົວຂອງໂລກໃນເວລານັ້ນ ແມ່ນພວກເຮົາຍັງຢູ່ຫ່າງໄກຈາກໂລກຫຼາຍທີ່ສຸດ. ວັນຄູແຫ່ງຊາດລາວໄດ້ຖືກປະກາດໃຊ້ຕັ້ງແຕ່ວັນທີ 7 ຕຸລາ ປີ 1994 ເປັນຕົ້ນມາ ຈົນຮອດປະຈຸບັນ ເມື່ອຮອດວັນທີ 7 ຕຸລາຂອງທຸກໆປີ ຈະມີພິທີການເລົ່າປະຫວັດ ແລະ ອວຍພອນຄູຂຶ້ນໃນທຸກໂຮງຮຽນທົ່ວປະເທດ ເພື່ອສັນລະເສີນຄຸນງາມຄວາມດີຂອງນາຍຄູຄຳ ແລະ ຄູໃນທົ່ວປະເທດ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມບົ່ມສອນລູກຫຼານ ໃຫ້ກາຍເປັນຄົນດີຂອງສັງຄົມ ກາຍເປັນຜູ້ສືບທອດປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ.

ໃນພິທີດັ່ງກ່າວ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານຂອງ ຄູ, ອາຈານ, ນັກຮຽນ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນພາລາກິດຂອງວຽກງານການສຶກສາ ແລະ ກິລາ ຈຶ່ງໄດ້ຖືໂອກາດນີ້ ຈັດພິທີມອບໃບກຽດຕິຄຸນ, ຍ້ອງຍໍ ຂັ້ນແຂວງ, ຂັ້ນເມືອງ ແລະ ຊົມເຊີຍ ໃຫ້ແກ່ຄູອາຈານ ຈາກໂຮງຮຽນຂັ້ນຕ່າງໆໃນທົ່ວເມືອງປາກຊັນ, ເວົ້າສະເພາະແມ່ນວຽກງານການສຶກສາໃຫ້ມີພາລະບົດບາດອັນໂດດເດັ່ນກວ້າງຂວາງ, ສາມາດຊີ້ນຳ-ນຳພາ ແລະ ເອົາໃສ່ໃນການສິດສອນ ຖ່າຍທອດບົດຮຽນໃຫ້ແກ່ລຸ່ນຫຼັງໄດ້ສືບທອດ ແລະ ສາມາດສຶກສາອົບຮົມບົ່ມສອນລູກຫຼານ ໃຫ້ກາຍເປັນຄົນດີຂອງສັງຄົມ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ.

About admins16