ເມືອງປາກຊັນ ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງີນ ແລະ ການສະກັດກັ້ນແກ້ໄຂບັນຫາຢາເສບຕິດ

ຕອນເຊົ້າ ວັນທີ 13 ທັນວາ 2021 ອົງການປົກຄອງເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ວ່າດ້ວຍການຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ-ການເງີນ ແລະ ການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ, ໂດຍການເປັນປະທານຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ-ຮອງເຈົ້າເມືອງປາກຊັນ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ກໍາລັງ ປກຊ – ປກສ ເມືອງ, ຄະນະຮັບຜິດຊອບວຽກງານໂຄງການ, ມີຫ້ອງການອ້ອມຂ້າງເມືອງ, ປກສ ບໍລິການປະຊາຊົນ, ບັນດາເລຂາພັກບ້ານ-ນາຍບ້ານ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

      ໃນພິທີ ທ່ານ ໂພຄໍາ ຈັນທະສຸກ ຄະນະປະຈໍາພັກເມືອງ-ຮອງເຈົ້າເມືອງປາກຊັນ  ຫົວໜ້າຄະນະຮັບຜິດຊອບ ພ້ອມດ້ວຍຄະນະ ໄດ້ຜັດປ່ຽນກັນຜ່ານມະຕິ ແລະ ຄໍາສັ່ງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບລົງເລິກການຈັດຕັ້ງປະຕິບັດ ຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການສະກັດກັ້ນ – ແກ້ໄຂບັນຫາຢາເສບຕິດ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ, ມະຕິຕົກລົງວ່າດ້ວຍການແບ່ງໜ້າທີ່ຄວາມຮັບຜິດຊອບໃນຄະນະ, ຜ່ານແຜນດໍາເນີນງານ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021 -2023, ຜ່ານແຜນໂຄງການປ້ອງກັນ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງຢາເສບຕິດຢູ່ເມືອງປາກຊັນ, ຜ່ານແຜນການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງກອງບັນຊາການ ປກສ ເມືອງປາກຊັນ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ.

ແຜນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງີນ ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ, ຕໍ່ກັບຈຸດດີ, ຈຸດອ່ອນ, ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຈຸດໃດທີ່ຄວນຈະພ້ອມກັນສຸມໃສ່ປັບປຸງແກ້ໄຂ, ເພື່ອສ້າງຄວາມຕັດສີນໃຈໃໝ່, ພ້ອມກັນກ້າວຂ້າມບຸກທະລຸທີ່ມີການຫັນປ່ຽນຢ່າງຕັ້ງໜ້າ ເພື່ອເຮັດໃຫ້ບັນດາຄາດໝາຍສູ້ຊົນໃນຕໍ່ໜ້າ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງແຂວງ ວາງອອກຕິດພັນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກໃຫ້ປະກົດຜົນເປັນຈິງ ເຮັດໃຫ້ເມືອງປາກຊັນ ໄດ້ຮັບການພັດທະນາໃນທຸກດ້ານຢ່າງບໍ່ຢຸດຢັ້ງ.  ສໍາລັບການແກ້ໄຂບັນຫາຢາເສບຕິດ, ຕ້ອງເພີ່ມທະວີການຊີ້ນຳ-ນໍາພາແຕ່ລະຂັ້ນ, ອໍານາດການປົກຄອງ, ຕະຫຼອດຮອດພໍ່ແມ່ປະຊາຊົນໃຫ້ມີສ່ວນຮ່ວມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດມີບົດຮຽນທາງພາກທິດສະດີ ແລະ ພຶດຕິກໍາຕົວຈິງ, ເຊີ່ງ 02 ບັນຫາດັ່ງກ່າວ ຖືເປັນບັນຫາສໍາຄັນທີ່ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຊີ້ນໍາ-ນໍາພາ ແລະ ຊຸກຍູ້ພາກສ່ວນທີ່ກ່ຽວຂ້ອງ ຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍ່ຕ້ອງໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາດັ່ງກ່າວ.

ສໍາລັບເຈົ້າໜ້າທີ່ຜູ້ຈັດຕັ້ງປະຕິບັດ ຕ້ອງຍືດໝັ້ນ 3 ມາດຕະການຕົ້ນຕໍ ຄື: ມາດຕະການສຶກສາອົບຮົມ, ມາດຕະການບໍລິຫານ ແລະ ມາດຕະການທາງດ້ານກົດໝາຍ  ຕໍ່ຜູ້ຜະລິດ, ຜູ້ຄ້າຂາຍ, ຜູ້ຂົນສົ່ງ, ລວມທັງຜູ້ເສບຢາເສບຕິດ.

ພ້ອມນີ້ ຕ້ອງໄດ້ໂຄສະເຜີຍແຜ່ກົດໝາຍ, ມະຕິຄຳສັ່ງ, ນິຕິກຳ ແລະ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ຢູ່ບັນດາສຳນັກງານ, ອົງການ, ສະຖາບັນການສຶກສາ, ສະຖາບັນຄອບຄົວ ແລະ ກຸ່ມເປົ້າໝາຍທີ່ພົວພັນກັບຢາເສບຕິດ ຜ່ານທາງວິທະຍຸ, ວາລະສານ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍຕ່າງໆ,  ຂຶ້ນບັນຊີເກັບກຳກຸ່ມເປົ້າໝາຍ, ຜູ້ປູກ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ເສບ ໃຫ້ລະອຽດຊັດເຈນ, ປັບປຸງພື້ນຖານໂຄງລ່າງຂອງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມສະຫງົບປອດໄພທາງດ້ານຊີວິດ ແລະ ຊັບສິນ.

ຕອນທ້າຍ ທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ-ຮອງເຈົ້າເມືອງປາກຊັນ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊີ່ງທ່ານໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຫຼາຍບັນຫາສໍາຄັນ ເຊັ່ນ: ຕ້ອງມີຄວາມເປັນເອກະພາບສູງລະຫວ່າງຜູ້ຈັດຕັ້ງປະຕິບັດກັບປະຊາຊົນ ຈຶ່ງຈະເຮັດໃຫ້ການປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ຮັບຜົນດີ, ຕ້ອງມີຄວາມຮັບຜິດຊອບສູງໂດຍການເປັນເຈົ້າການບົນພື້ນຖານເຮັດແທ້ທຳຈິງ, ຕ້ອງພ້ອມກັນຈັດຕັ້ງປະຕິບັດທຸກວຽກງານຕາມການມອບໝາຍ, ຕ້ອງຈັດລຽງບຸລິມະສິດ ແລະ ເປັນເຈົ້າການອັນຮີບດ່ວນອັນໃດຕ້ອງໄດ້ຈັດຕັ້ງປະຕິບັດກ່ອນ, ອັນໃດຄວນປະຕິບັດຕາມຫຼັງ, ເປັນຕົ້ນແມ່ນນະໂຍບາຍປະຢັດ, ການຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ, ສຸມໃສ່ຊຸກຍູ້ແຮງການຜະລິດພາຍໃນເພື່ອທົດແທນການນໍາເຂົ້າໂດຍການສົມທົບກັບວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຍູ້ແຮງການຜະລິດທີ່ມີທ່າແຮງ, ປັບປຸງກົນໄກການບໍລິຫານລັດຂັ້ນເມືອງ, ບ້ານ ໃຫ້ເຂັ້ມແຂງ, ສຸ່ມໃສ່ແກ້ໄຂບັນຫາຢາເສບຕິດ ໃຫ້ມີການຫຼຸດໜ້ອຍຖອຍລົງ ເຮັດໃຫ້ສັງຄົມມີຄວາມສະຫງົບ ເສດຖະກິດມີການພັດນາຂື້ນຢ່າງບໍ່ຢຸດຢັ້ງ.

 

About admin11