ເມືອງປາກຊັນ ທ້ອນໂຮມເຮືອເຂົ້າຈອດຝັ່ງ

ເພື່ອຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນໃນລຳແມ່ນໍ້າຂອງ ແລະ ເຮັດໃຫ້ການຕ້ານ, ສະກັດກັ້ນ ແລະ ເຝົ້າລະວັງ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ອາດຈະມີບຸກຄົນທີ່ເດີນທາງມາຈາກປະເທດໃກ້ຄຽງ ທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ ລັກລອບເຂົ້າມາແບບບໍ່ຖືກຕ້ອງຕາມລະບຽບກົດໝາຍໃນການເຂົ້າ-ອອກເມືອງ, ໜ່ວຍສະເພາະກິດຂັ້ນເມືອງປາກຊັນ ຈີ່ງໄດ້ລົງເຄື່ອນໄຫວເກັບກຳສະຖິຕິ ແລະ ແນະນຳປະຊາຊົນ ທີ່ມີເຮືອຫາປາທຸກປະເພດຕາມລຳແມ່ນ້ຳຂອງ ໃຫ້ເຂົ້າຈອດເປັນເອກະພາບລວມໄວ້ເປັນຈຸດ ຕາມແຕ່ລະບ້ານທີ່ຕິດກັບລຳແມ່ນໍ້າຂອງ, ສ່ວນຈັກເຮືອແມ່ນມອບໃຫ້ເຈົ້າຂອງເກັບຂື້ນຮັກສາ.

ຄະນະສະເພາະກິດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ການເຄື່ອນໄຫວແນະນຳໃນການທ້ອນໂຮມເອົາເຮືອຂື້ນຝັ່ງ ພາຍໃນເມືອງປາກຊັນ ແມ່ນເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 21 ເມສາ 2021, ໃນນັ້ນ ເຂດເທດສະບານໜື່ງ ມີສອງບ້ານ ລວມທັງໝົດມີເຮືອ 143 ລໍາ, ເທດສະບານສອງບວກກັບບ້ານກ້ວຍອຸດົມ ມີ 6 ບ້ານ ລວມມີເຮືອ 217 ລຳ, ເຂດໂພນໄຊໃຕ້ມີ 6 ບ້ານ ລວມມີເຮືອ 341 ລຳ, ລວມສາມເຂດປະກອບມີ 14 ບ້ານ 25 ຈຸດ ມີເຮືອທັງໝົດ 701 ລຳ.

ພ້ອມດຽວກັນ ຄະນະສະເພາະກິດ ກໍ່ໄດ້ນຳອົາຄຳສັ່ງ, ແຈ້ງການ ແລະ ນິຕິກຳຕ່າງໆຂອງທາງການກ່ຽວກັບການເຝົ້າລະວັງ, ຄວບຄຸມ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ລົງໄປຈັດຕັ້ງຜັນຂະຫຍາຍ ແລະ ເຜີຍແຜ່ ຢູ່ຂັ້ນຮາກຖານຢ່າງທົ່ວເຖິງ, ໄດ້ແຕ່ງຕັ້ງໜ່ວຍ ປກສ-ກອງຫຼອນບ້ານ ເປັນຈຸເປັນໜ່ວຍ ຕິດຕາມ ກວດກາ ແລະ ຜັດປ່ຽນກັນເວນຍາມ ຕະຫຼອດ 24 ຊົ່ວໂມງ.

ໃນໄລຍະຜ່ານມາ ການນຳໃຊ້ເຮືອຫາປາຕາມລຳນໍ້າຂອງ ໄດ້ມີຫາງສຽງວິພາກວິຈານ ວ່າບຸກຄົນຈຳນວນໜື່ງນຳໃຊ້ເຮືອຫາປາຕາມລຳນໍ້າຂອງ ລັກລອບນຳແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ ທີ່ມີການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ເຂົ້າມາທາງເຮືອ ເຮັດໃຫ້ການຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ການຕ້ານ-ຄວບຄຸມພະຍາດໂຄວິດ ຂອງເຈົ້າໜ້າທີ່ ແມ່ນພົບຄວາມຫຍຸ້ງຍາກ.

ມາຮອດປະຈຸບັນ ສຳລັບແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ ທີ່ມີຈຸດປະສົງຢາກຈະເດີນທາງກັບບ້ານ ແມ່ນໃຫ້ຜູ້ປົກຄອງປະສານຫາເຈົ້າໜ້າທີ່ທາງການ ເພື່ອຈະໄດ້ອຳນວຍຄວາມສະດວກ ໃນການເດີນທາງເຂົ້າເມືອງຖືກຕ້ອງຕາມລະບຽບກົດໝາຍ ທີ່ທາງການກຳນົດຢູ່ແຕ່ລະຈຸດ.

About admins16