ເມືອງປາກຊັນ ຈັດກິດຈະກຳຍ່າງເພື່ອສຸຂະພາບ ເນື່ອງໃນວັນກຳມະກອນສາກົນ ຄົບຮອບ 137 ປີ

ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ເນື່ອງໃນວັນກຳມະກອນສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ໃນວັນທີ 3 ພຶດສະພາ 2023 ທີ່ເດີ່ນສະໂມສອນເມືອງປາກຊັນ ແຂວງບໍລິຄໍາໄຊ ເປັນກຽດເຂົ້າຮ່ວມຂອງທ່ານ ໂພຄໍາ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີຫ້ອງການອ້ອມຂ້າງເມືອງ,ພະນັກງານ, ທະຫານ, ຕໍຫຼວດ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ.

ທ່ານ ໂພຄໍາ ຈັນທະສຸກ ຮອງເຈົ້າເມືອງປາກຊັນ ໃຫ້ຮູ້ວ່າ: ເພື່ອເປັນການລະນຶກເຖິງ ແລະ ສະເຫຼີມສະຫຼອງ ວັນກໍາມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ທີ່ຊົນຊັ້ນກໍາມະກອນ ສາມັກຄີຕໍ່ສູ້ແມ່ນທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍ ໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄໍາຂວັນ: ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ, ນັບແຕ່ນັ້ນມາວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ ພ້ອມນັ້ນ ກໍ່ເພື່ອປູກຈິດສໍານຶກໃຫ້ບຸກຄົນ, ສັງຄົມພາຍໃນເມືອງປາກຊັນ ກໍຄືໃນແຂວງບໍລິຄໍາໄຊຫັນມາອອກກໍາລັງກາຍເພື່ອສຸຂະພາບໃຫ້ມີຮ່າງກາຍແຂງແຮງ, ມີພະລານາໄມສົມບູນ, ມີສຸຂະພາບຈິດທີ່ດີ, ຈິດໃຈເບີກບານມ່ວນຊື່ນມີອາລົມແຈ່ມໃສ ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຈາກນັ້ນ ກໍໄດ້ພ້ອມກັນເລີ່ມຕົ້ນຍ່າງແຕ່ເດີ່ນສະໂມສອນເມືອງລ້ຽວຂວາໄປຫາຫ້ອງການຊາວໜຸ່ມແຂວງຢ່າງຊື່ໄປຫາເສັ້ນທາງແຄມນໍ້າຊັນ, ລ້ຽວຊ້າຍໄປຫາຫ້ອງການກາແດງແຂວງ ແລ້ວລ້ຽວຊ້າຍໄປຫາ 5 ແຍກ ເພື່ອກັບຄືນເດີ່ນສະໂມສອນເມືອງ, ໄລຍະທາງໃນການຍ່າງແມ່ນປະມານ 2,5 ກິໂລແມັດ.

About admins16