ເມືອງປາກຊັນ ກະກຽມຈັດງານຊ່ວງເຮືອອອກພັນສາປະຈຳປີ 2022

ໃນຕອນເຊົ້າຂອງວັນທີ 27 ກັນຍາ 2022 ຢູ່ສະໂມສອນປົກຄອງເມືອງປາກຊັນ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອການຫ້າງຫາກະກຽມຈັດງານບຸນຊ່ວງເຮືອປະເພນີ ປະຈຳປີ 2022 ໃນໂອກາດບຸນອອກພັນສາປະວໍລະນາ ປະຈຳປີ ພສ 2565 ໃຫ້ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວົງສີ ທອງສີອິນທິປັນຍາ ເຈົ້້າເມືອງປາກຊັນ ທັງເປັນປະທານຈັດງານບຸນ, ມີບັນດາອານຸກຳມະການ, ພະແນກການ, ກົມກອງ ຫ້ອງການ, ພະນັກງານ ແລະ ພາກສ່ວນຕ່າງໆ ຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ບຸນມີ ເພັງສະຫວັນ ຮອງຫົວໜ້າຫ້ອງວ່າການປົກຄອງເມືອງປາກຊັນ ໄດ້ຂຶ້ນຜ່ານຮ່າງຂໍ້ຕົກລົງຂອງເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງປະທານກິດຕິມະສັກ, ປະທານຈັດງານບຸນ ແລະ ອານຸກຳມະການຕ່າງໆ ພ້ອມທັງປຶກສາຫາລືຖອດຖອນບົດຮຽນ ມີຄຳຄິດ, ຄຳເຫັນ, ແກ້ໄຂຈຸດຄົງຄ້າງ ແລະ ປັບປຸງໜ້າວຽກຂອງແຕ່ລະພາກສ່ວນ ເພື່ອພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນຮັບຜິດຊອບໃຫ້ມີຜົນສຳເລັດຕາມຄາດໝາຍ ສຳລັບປີນີ້ການຈັດງານແຂ່ງຂັນເຮືອຊ່ວງແມ່ນໄດ້ກຳກົດມີເຮືອ 4 ປະເພດ ຄື: ປະເພດເຮືອປະເພນີ 55 ສີພາຍ, ເຮືອຊ່ວງ 22 – 25 ສີພາຍຊາຍທົ່ວໄປ, ປະເພດເຮືອກຸນ 22-25 ສີພາຍ ສາຍພາຍໃນເມືອງປາກຊັນ, ແລະ 22-25 ສີພາຍເພດຍີງ ເຊິ່ງການຈັດງານ ແລະ ແຂ່ງຂັນເຮືອຊ່ວງແມ່ນຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-10 ຕຸລາ 2022 ທີ່ຈະມາເຖີງນີ້.

About admins16