ເມືອງປາກຊັນເປີດວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ

ເພື່ອເປັນການຊົມເຊີຍວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ 11 ພະຈິກ ໃຫ້ເປັນຂະບວນການຟົດຟື້ນ, ໃນວັນທີ 11 ພະຈິກ 2020 ຢູ່ບ້ານທົ່ງໃຫຍ່ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳສັກຢາປ້ອງກັນພະຍາດສັດຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງປາກຊັນ.

ທ່ານ ອານຸໄຊ ແສງອຸໄທ ໜ່ວຍງານລ້ຽງສັດ ແລະ ການປະມົງ ຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກຊັນ ໄດ້ລາຍງານກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ການສັກຢາປ້ອງກັນພະຍາດສັດຂອງເມືອງປາກຊັນ ວ່າ: ເມືອງປາກຊັນ ປະກອບມີ 54 ບ້ານ, ມີປະຊາກອນທັງໝົດ 49.198 ຄົນ, ຍີງ 24.790 ຄົນ, ອາຊີບຕົ້ນຕໍຂອງປະຊາຊົນສ່ວນໃຫຍ່ແມ່ນຊາວກະສິກອນ ເຮັດການຜະລິດປູກຝັງ ແລະ ລ້ຽງສັດເປັນສ່ວນໃຫຍ່, ພາຍໃນເມືອງປາກຊັນ ມີສັດລ້ຽງທັງໝົດ 159.411 ໂຕ, ໃນນັ້ນ ມີງົວ 12.497 ຕົວ, ຄວາຍ 2.078 ໂຕ, ໝູ 10.000 ກວ່າໂຕ, ແບ້ 2.746 ໂຕ, ໜາ 493 ໂຕ, ແມວ 212 ໂຕ ແລະ ສັດປີກ 262.916 ໂຕ.

ວຽກງານສັກຢາປ້ອງກັນພະຍາດສັດ ສາມາດລົງເຄື່ອນໄຫວຈັດຕັ້ງປະຕິບັດໄດ້ແລ້ວ 12 ບ້ານ, ກວມເອົາ 22,22 % ໃນນັ້ນ ສັກຢາງົວ 675 ໂຕ, ຄວາຍ 128 ໂຕ, ໝູ 138 ໂຕ (ບໍ່ກວມໝູຟາມ), ແບ້ 529 ໂຕ, ໝາ 229 ໂຕ ແລະ ສັດປີກ 5,983 ໂຕ.

ໃນໂອກາດດັ່ງກ່າວ ເພື່ອເປັນການຍ້ອງຍໍຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານສັດຕະວະແພດ ໄດ້ຈັດພິທີມອບຍ້ອງຍໍຂັ້ນເມືອງ ໃຫ້ແກ່ສັດຕະວະແພດຂັ້ນບ້ານ, ໃຫ້ກຽດຂຶ້ນມອບໂດຍ ທ່ານ ແສງອາລຸນ ແສງອາພອນ, ພ້ອມດຽວກັນນີ້ ທ່ານ ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງສັດລ້ຽງປະເພດຕ່າງໆ ໃຫ້ເອົາໃຈໃສ່ເບິ່ງແຍງດູແລ ແລະ ເຝົ້າລະມັດລະວັງການຕິດເຊື້ອຂອງສັດ ແລະ ຈົ່ງນຳເອົາສັດລ້ຽງຂອງຕົນເຂົ້າມາຮ່ວມສັກຢາປ້ອງກັນພະຍາດສັດນີ້ ໃຫ້ນັບມື້ຫລາຍຂຶ້ນ.

About admins14