ເມືອງປາກຊັນເກັບກ່ຽວເຂົ້ານາປີສຳເລັດ 65%

ປະຈຸບັນນີ້ ປະຊາຊົນພາຍໃນເມືອງປາກຊັນ ທີ່ເຮັດການຜະລິດປູກເຂົ້ານາປີ ແມ່ນພວມຂຸ້ນຂ້ຽວ, ເລັ່ງໃສ່ການເກັບກ່ຽວຜົນຜະລິດ ເພື່ອໃຫ້ທ່ວງທັນຕາມລະດູການ ໃນເນື້ອທີ່ທັງໝົດ 10.928 ເຮັກຕ່າ. ໃນວັນທີ 4 ພະຈິກ ຜ່ານມານີ້ ທ່ານ ສົມສິດ ຈັນທະລາ ຫົວຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊັນ ພ້ອມດ້ວຍວິຊາການໜ່ວຍງານກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມການເກັບກ່ຽວຜົນຜະລິດເຂົ້້ານາປີ ຂອງພໍ່ແມ່ປະຊາຊົນຢູ່ແຕ່ລະເຂດຢູ່ພາຍໃນເມືອງປາກຊັນ ໂດຍສະເພາະສົກປີ 2020 ປະຕິບັດໄດ້ 10.850 ເຮັກຕ່າ.

ມາຮອດປະຈຸບັນ ແມ່ນກຳລັງເກັບກ່ຽວເຂົ້າໄດ້ປະມານ 65% ເທົ່າກັບ 3.797 ເຮັກຕາ, ສະມັດຕະພາບສະເພາະສົກປີ 2020 ນີ້ ແມ່ນຈະສູ້ຊົນໃຫ້ໄດ້ 4,2 ໂຕນ ຕໍ່ ເຮັກຕ່າ, ຄາດວ່າຈະເກັບກູ້ຜົນຜະລິດເຂົ້້ານາປີ ໃຫ້ສຳເລັດ 100% ໃນທ້າຍເດືອນພະຈິກນີ້ ພາຍຫຼັງເກັບກ່ຽວເຂົ້້ານາປີສຳເລັດແລ້ວ ເມືອງປາກຊັນ ພ້ອມສືບຕໍ່ກະກຽມວາງແຜນຜະລິດປູກພືດລະດູແລ້ງເປັນສິນຄ້າ, ຜະລິດເຂົ້ານາແຊງ ໃນສົກປີ 2021 ໃນເນື້ອທີ 500 ເຮັກຕ່າ ແລະ ພືດລະດູແລງ 2.369 ເຮັກຕ່າ. ເຊິ່ງທົ່ວເມືອງປາກຊັນມີສະຖານີຈັກສູບນໍ້າ 13 ແຫ່ງ ແລະ ມີອ່າງເກັບນໍ້າ 2 ແຫ່ງ ຢູ່ໃນຈໍານວນ 8 ບ້ານ ແລະ ສາມາດສະໜອງນໍ້າໄດ້ 500 ເຮັກຕ່າ ຕາມແຜນການທີ່ກຳນົດໄວ້.

ເຊິ່ງປະຈຸບັນ ທາງໜ່ວຍງານກ່ຽວຂ້ອງ ກໍ່ຄື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສົມທົບກັບອຳນາດການປົກຄອງແຕ່ລະບ້ານ ພວມສ້າງເງຶ່ອນໄຂ ແລະ ສ້າງຄວາມອຳນວຍຄວາມສະດວກ ເປັນຕົ້ນແມ່ນ ປັບປຸງສ້ອມແປງຄອງຊົນລະປະທານ, ຊຸກຍູ້ໃຫ້ປະຊາຊົນ ແລະ ຄອບຄົວທີ່ເຮັດການຜະລິດດ້ານກະສິກໍາ, ຄອບຄົວຕົວແບບໃນການຜະລິດ ແລະ ຄອບຄົວອື່ນໆ ເພື່ອກະກຽມພ້ອມລົງມືປູກພຶດລະດູແແລ້ງໃນເນື້ອທີ່ທັງໝົດ 1.267 ເຮັກຕາ ໃຫ້ໄດ້ຕາມແຜນການທີ່ກຳນົດໄວ້ໃນສົກປິ 2021 ນີ້.

About admins16