ເມືອງປາກຊັນຈັດພິທີປ່ອຍປາ 20 ພັນກວ່າໂຕ

ເນຶ່ອງໃນວັນອະນຸລັກສັດນໍ້າ – ສັດປ່າແຫ່ງຊາດ ປະຈໍາປີ 2022, ໃນຕອນເຊົ້້າຂອງວັນທີ 20 ກໍລະກົດ 2022 ຢູ່ອ່າງນ້ຳວັງສະຫງວນປາ ວັດບ້ານຫ້ວຍສຽດ, ເມືອງປາກຊັນ ໄດ້ຈັດພິທີປ່ອຍປາ ລົງສູ່ແຫຼງນໍ້າທຳມະຊາດ ເປັນກຽດເຂົ້້າຮ່ວມ ແລະ ກ່າວເປີດພິທີ ໂດຍທ່ານ ວົງສີ ທອງສີອິນທິປັນຍາ, ເຈົ້້າເມືອງ – ເມືອງປາກຊັນ, ພຣະອາຈານ ອ່ອນຕາ ໄຊຍະວົງ ເຈົ້າອະທິການວັດບ້ານຫ້ວຍສຽດ, ມີທ່ານຮອງເຈົ້້າເມືອງ, ຫົວໜ້າຫ້ອງການ, ພະນັກງານ, ທະຫານ, ຕຳຫຼວດ, ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານຫ້ວຍສຽດ ເຂົ້້າຮ່ວມ.

ວັນອານຸລັກສັດນໍ້າ – ສັດປ່າ ເປັນວັນໜຶ່ງທີ່ມີຄວາມໝາຍ, ຄວາມສຳຄັນ ເຊິ່ງໄດ້ກຳນົດເອົາວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ເພື່ອເປັນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາສັດນໍ້າໃຫ້ມີຊີວິດ,ຟື້ນຟູທຳມະຊາດໃຫ້ມີຄວາມອຸດົມສົມບູນ ເປັນບ່ອນຢູ່ອາໃສ ແລະ ເປັນບ່ອນຂະຫຍາຍພັນສັດນໍ້າ – ສັດປ່າ ພ້ອມທັງເປັນການປູກຈິດສໍານຶກໃຫ້ປະຊາຊົນລາວບັນດາເຜົ່າ ເປັນຕົ້້ນແມ່ນປະຊາຊົນຊາວເມືອງປາກຊັນ ໄດ້ອານຸລັກສັດນໍ້າ – ສັດປ່າໃຫ້ຍືນຍົງຕະຫຼອດໄປ.

ສຳລັບລູກປາ ທີ່ເມືອງປາກຊັນ ນຳເອົາມາປ່ອຍໃນຄັ້ງນີ້ ມີຈຳນວນ 20 ກວ່າໂຕ, ໃນນັ້ນມີ, ປານິນ 5 ພັນໂຕ, ປາດຸກ 5 ພັນໂຕ ແລະ ປາປາກ 5 ພັນໂຕ, ນອກນີ້, ຍັງມີລູກ ປາຄໍ່ ແລະ ປາເຂັງ ຈຳນວນ 5 ພັນໂຕ ເຊິ່ງເປັນການສົມທົບຂອງພໍ່ແມ່ປະຊາຊົນບ້ານຫ້ວຍສຽດຮ່ວມປ່ອຍນຳ.

About admins16