ເມືອງປາກກະດິງ ແຂ່ງຂັນກິລາເປຕັ່ງ ຂ່ຳນັບຮັບຕ້ອນ ແລະ ຊົມເຊີຍ 4 ວັນປະຫວັດສາດ

  

ວັນທີ 11 ມີນາ 2021 ນີ້ຢູ່ເມືອງປາກກະດິງ ໄດ້ຈັດງານແຂ່ງຂັນກິລາເປຕັ່ງ ຄູ່ປະສົມຍິງ-ຊາຍ ຊີງຂັນເຈົ້າເມືອງປາກກະດິງ. ເພື່ອສ້າງຂະບວນການຊົມເຊີຍ ແລະ ຂ່ຳນັບຮັບຕ້ອນ 4 ວັນປະຫວັດສາດຂື້ນ ຄື: ວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 37 ປີ 6 ມີນາ 1984 ວັນສ້າງຕັ້ງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910-8 ມີນາ 2021). ວັນຄຽດແຄ້ນຂອງປະຊາຊົນລາວ 21 ມີນາ 1946 ບັ້ນຮົມປ້ອງກັນຕົວເມືອງທ່າແຂກ  ຄົບຮອບ 75 ປີ ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66ປີ  22 ມີນາ 1955 ໂດຍມີ 42 ທີມກິລາເປຕັ່ງຈາກບັນດາຫ້ອງການອ້ອມຂ້າງເມືອງ, ກອງບັນຊາການ ປກຊ-ປກສ, ບ້ານ ຕະຫຼອດຮອດພາກສ່ວນທຸລະກິດພາຍໃນເມືອງເຂົ້າຮ່ວມແຂ່ງຂັນ.

ການແຂ່ງຂັນໄດ້ດຳເນີນໄປດ້ວຍຄວາມຟົດຟື້ນ, ມ່ວນຊື່ນ, ເຕັມໄປດ້ວຍຄວາມສາມັກຄີ ແລະ ສຳເລັດລົງຢ່າງຈົບງາມ. ຜົນການແຂ່ງຂັນ; ລາງວັນທີ 3 ໄດ້ແກ່ຫ້ອງການຍຸຕິທຳ ໄດ້ຮັບຂັນ 1 ໜ່ວຍພ້ອມເງີນສົດ 1.000.000 ກີບ, ລາງວັນທີ 2 ໄດ້ແກ່ຫ້ອງການສຶກສາທິການ ແລະ ກິລາ ໄດ້ຮັບຂັນ 1 ໜ່ວຍພ້ອມເງີນສົດ 1.500.000 ກີບ ແລະ ຊະນະເລີດໄດ້ແກ່ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຂັນ 1 ໜ່ວຍພ້ອມເງີນສົດ 2.000.000 ກີບ.

About admin11