ເມືອງປາກກະດິງ ເປີດວຽກງານພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ ຢູ່ບ້ານນາບອນ

ໃນຕອນເຊົ້າວັນທີ 25 ຕຸລາ 2022 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ແຂວງບໍລິຄຳ ໄດ້ຈັດພິທີເປີດວຽກງານພິສູດຫລັກຖານອອກໃບຕາດິນແບບເປັນລະບົບ ຢູ່ບ້ານນາບອນ, ພາຍໃຕ້ການເປັນປະທານຂອງທ່ານ ເຄນທາ ພົມມະວົງ ຮອງຫົວຫນ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ທ່ານ ຄຳພັນ ສີໃສອ່ອນ ນາຍບ້ານນາບອນ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ, ການຈັດຕັ້ງບ້ານ 5 ຕຳແໜ່ງງານ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ວິຊາການໃນການຂື້ນທະບຽນທີ່ດິນ ແລະ ເຜີຍແຜ່ກົດໝາຍທີ່ດິນ, ກົດໝາຍທາງຫຼວງແຫ່ງຊາດ ແລະ ບົດບາດຍິງ – ຊາຍ ບາງໝວດ – ບາງມາດຕາ ທີ່ກ່ຽວຂ້ອງກັບການອອກໃບຕາດິນ ພ້ອມທັງສະເໜີຫຍໍ້ ຂັ້ນຕອນການເດີນສຳຫຼວດພິສູດຫຼັກຖານອອກໃບຕາດິນແບບເປັນລະບົບ.

ພ້ອມນີ້ ໄດ້ເປີດໂອກາດໃຫ້ພໍ່ແມ່ປະຊາຊົນຊັກຖາມ, ແກ້ຂໍ້ຂ້ອງໃຈໃຫ້ປະຊາຊົນ ເພື່ອໃຫ້ຮັບຮູ້ ເຂົ້າໃຈເລິກເຊີ່ງກ່ຽວກັບຄວາມໝາຍຄວາມສຳຄັນຂອງການອອກໃບຕາດິນແບບເປັນລະບົບ, ເຊິ່ງຢູ່ບ້ານນາບອນ ມີ: ດິນກະສິກຳ 290 ຕອນ ແລະ ດິນປຸກສ້າງ 159 ຕອນໃຫ້ສຳເລັດຕາມແຜນໃນທ້າຍປີ 2022.

About admins16